ຂ່າວທົ່ວໄປ2023-09-04T10:38:19+07:00

ຂ່າວສານ

ຂ່າວໃໝ່ລ່າສຸດ

ຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ.

ຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ. ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ຂອງອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງ ຫົວພັນ ແລະ ຫ້ອງການສາທາລະນະສຸກ ເມືອງ ຊຳເໜືອ ໄດ້ຈັດຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ. ຈຸດປະສົງໃນການຝຶກອົບອົບແມ່ນເພື່ອເພີ່ມທັກສະ ແລະ ສ້າງຂີດຄວາມສາມາດໃຫ້ແກ່ບັນດາຄູ່ຮ່ວມງານ ໃນການເພີ່ມທະວີການເຂົ້າເຖິງຄຸນນະພາບໃນການດູແລສຸຂະພາບແມ່ ແລະ [...]

August 30th, 2023|

ອົງການຊາຍຟັນ ເສີມຂະຫຍາຍການຮ່ວມມືເພື່ອປັບປຸງຄຸນນະພາບ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ

ອົງການຊາຍຟັນ ເສີມຂະຫຍາຍການຮ່ວມມືເພື່ອປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ອົງການຊາຍຟັນປະຈຳ ສປປ ລາວ ເລີ່ມຕົ້ນເຮັດວຽກຢູ່ເມືອງ ຫົວເມືອງ, ແຂວງຫົວພັນ ແຕ່ປີ 2016 ໂດຍເລີ່ມຕົ້ນຈາກໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL) ແລະ ໂຄງການ ການສຶກສາກ່ອນໄວຮຽນ (ECE) ທີ່ໄດ້ຮັບການສະໜັບສະໜູນຈາກອົງການຊາຍຟັນເກົາຫຼີ. ໂຄງການ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (SABELໄລຍະ I) ແມ່ນໂຄງການທີ່ໄດ້ຮັບການເສີມຂະຫຍາຍມາຈາກໂຄງການ BEQUAL. ຕັ້ງແຕ່ປີ 2018 ເຖິງປີ 2021, ໂຄງການ SABEL ໄລຍະ I ແມ່ນໄດ້ເລັງໃສ່ປັບປຸງຜົນການຮຽນວິຊາພາສາລາວ, ສົ່ງເສີມການມີສ່ວນຮ່ວມຂອງເດັກຍິງ ແລະ ເດັກພິການໂດຍການເຮັດວຽກຮ່ວມກັບຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ແລະ ຄອບຄົວຂອງເຂົາເຈົ້າ ພ້ອມທັງປັບປຸງພຶດຕິກຳທີ່ຖືກຕ້ອງດ້ານສຸຂະອະນາໄມໃນ 62 [...]

August 29th, 2023|

ວິດີໂອ ໂຄງການ GLEESE

ວິດີໂອ ໂຄງການ GLEESE ອົງການຊາຍຟັນ ປະຈຳ ສປປ ລາວ, ພວກເຮົາຮູ້ສຶກພູມໃຈທີ່ໄດ້ສະໜອງການສຶກສາທີ່ມີຄຸນນະພາບ ແລະ ສະເໝີພາບໃຫ້ແກ່ເດັກທຸກຄົນ ໃນເມືອງ ຊຳເໜືອ ແລະ ເມືອງ ສົບເບົາ, ແຂວງ ຫົວພັນ. ຂໍຂອບໃຈກັບໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ການຮຽນຮູ້ດ້ານພາສາ ໃຫ້ແກ່ນັກຮຽນຊົນເຜົ່າ (GLEESE), ທີ່ໄດ້ປັບປຸງສິ່ງອໍານວຍຄວາມສະດວກໃນໂຮງຮຽນສໍາລັບນັກຮຽນທຸກຄົນ ລວມທັງຜູ້ພິການ, ສະຫນອງການຝຶກອົບຮົມຄວາມສະເໝີພາບທາງເພດ ແລະ ການສ້າງຂີດຄວາມສາມາດໃຫ້ຄູ. ເຊິ່ງໂຄງການ ໄດ້ຮັບທຶນຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ໂດຍຜ່ານ ອົງການຊາຍຟັນເກົາຫຼີ ໃນນາມແຜນງານການຮ່ວມມື ອົງການຈັດຕັ້ງທາງສັງຄົມ. ພວກເຮົາຕື່ນເຕັ້ນທີ່ຈະໄດ້ນຳສະເໜີວິດີໂອຄວາມຄືບໜ້າ ແລະ ໝາກຜົນທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ GLEESE, ທີ່ສົ່ງຜົນຕໍ່ການປ່ຽນແປງຂອງເດັກໃນຊຸມຊົນເປົ້າໝາຍຂອງພວກເຮົາ. Facebook page: https://www.facebook.com/ChildFundLaos Youtube Channel: https://www.youtube.com/@childfundlaos2742 TikTok: [...]

August 15th, 2023|

ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຢູ່ໃນ 20 ໂຮງຮຽນເຂດເປົ້າໝາຍຂອງເມືອງຄູນ, ແຂວງ ຊຽງຂວາງ

ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຢູ່ໃນ 20 ໂຮງຮຽນເຂດເປົ້າໝາຍຂອງເມືອງຄູນ, ແຂວງ ຊຽງຂວາງ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຢູ່ໃນ 20 ໂຮງຮຽນເຂດເປົ້າໝາຍຂອງເມືອງຄູນ, ແຂວງ ຊຽງຂວາງ ໃຫ້ໄດ້ຮັບຄຸນນະພາບ ແລະ ມີປະສິດທິພາບ ຕາມແຜນທີ່ໄດ້ວາງໄວ້. ດັ່ງນັ້ນ, ຜູ້ອຳນວຍການ ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງຊຽງຂວາງ ໄດ້ລົງຢ້ຽມຢາມ ແລະ ເຂົ້າຮ່ວມກິດຈະກຳການສອນ ທັກສະປະຢັດ ພາຍໃຕ້ຫົວຂໍ້: ການຫາລາຍໄດ້, ການທ້ອນເງິນ, ການໃຊ້ຈ່າຍ ແລະ ການບໍລິຈາກ. ນອກຈາກນັ້ນ, ທາງຄະນະກໍ່ຍັງໄດ້ເຂົ້າຮ່ວມຕິດຕາມການສອນທັກສະຊີວິດ ກ່ຽວກັບ ການປ້ອງກັນຕົນເອງ ຈາກສິ່ງມຶນເມົາ ແລະ [...]

July 5th, 2023|

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL), ອົງການຊາຍຟັນ ປະຈຳ ສປປ ລາວ ມີຈຸດປະສົງເພື່ອໃຫ້ເດັກຍິງ ແລະ ເດັກຊາຍ ລວມທັງເດັກພິການ ໄດ້ເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບຢ່າງເທົ່າທຽມກັນ ແລະ ໄດ້ສ້າງສິ່ງອຳນວຍຄວາມສະດວກ ໃນໂຮງຮຽນປະຖົມ ຢູ່ 15 ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ສົບເບົາ ແຂວງ ຫົວພັນ ດັ່ງລຸ່ມນີ້: ໄດ້ຝຶກອົບຮົມໃຫ້ຄູກ່ຽວກັບການສຶກສາຮຽນຮ່ວມ ແລະ ການວາງແຜນຊ່ວຍເຫຼືອນ້ອງນັກຮຽນ 1.192 ເປັນລາຍບຸກຄົນ ໃນ 15 ໂຮງຮຽນເຂດເປົ້າໝາຍ, ລວມທັງພະນັກງານສຶກສາເມືອງສົບເບົາ, ຄະນະພັດທະນາການສຶກສາຂັ້ນບ້ານ, ແລະ ອາສາສະໝັກຂັ້ນບ້ານ ຫລາຍກວ່າ 432 ຄົນ. ໄດ້ກໍ່ສ້າງ ແລະ ສ້ອມແປງສິ່ງອຳນວຍຄວາມສະດວກໃນ 15 ໂຮງຮຽນເຂດເປົ້າໝາຍເຊັ່ນ: ກໍ່ສ້າງ ແລະ [...]

June 30th, 2023|

ເດືອນມິຖຸນາ ແມ່ນເດືອນແຫ່ງຄວາມພາກພູມໃຈຂອງຄວາມຫຼາກຫຼາຍທາງເພດ

ເດືອນມິຖຸນາ ແມ່ນເດືອນແຫ່ງຄວາມພາກພູມໃຈຂອງຄວາມຫຼາກຫຼາຍທາງເພດ ເດືອນມິຖຸນາ ແມ່ນເດືອນແຫ່ງຄວາມພາກພູມໃຈຂອງຄວາມຫຼາກຫຼາຍທາງເພດ ທີ່ໃນຫຼາຍໆປະເທດໄດ້ຈັດຂຶ້ນ ເພື່ອເປັນການສົ່ງເສີມສິດທິເທົ່າທຽມກັນຂອງຄົນທຸກເພດ ໂດຍມີທຸງສາຍຮຸ້ງ ເປັນສັນຍາລັກ. ເຊັ່ນດຽວກັນທີ່ປະເທດລາວ ແຜນງານ Voice ປະຈຳປະເທດລາວ ກໍ່ໄດ້ຈັດກິດຈະກຳເນື່ອງໃນໂອກາດສຳຄັນດັ່ງກ່າວ ໂດຍໄດ້ເຊີນຜູ້ເຂົ້າຮ່ວມຈາກຂະແໜງການຕ່າງໆເພື່ອສົ່ງເສີມສິດທິສະເໝີພາບທາງເພດ. ໜຶ່ງໃນຜູ້ຮ່ວມສົນທະນາໃນງານ ກໍ່ແມ່ນ ທ່ານ. ວິລະໄຊ ທຳມະວົງ ຫຼື ຕົ້ນ, ຜູ້ອຳນວຍການ ອົງການຊາຍຟັນ ປະຈຳ ສປປ ລາວ (ChildFund Laos), ເຊິ່ງເປັນໜຶ່ງໃນຜູ້ນຳຂອງອົງການຈັດຕັ້ງສາກົນ (iNGO) ທີ່ເປັນຄົນລາວ ແລະ ເປັນຄົນທີ່ຢູ່ໃນກຸ່ມຄົນຫຼາກຫຼາຍທາງເພດ ທີ່ມີສ່ວນຮ່ວມໃນການສົ່ງເສີມເລື່ອງບົດບາດທາງເພດຕະຫຼອດມາ, ແລະ ພວກເຮົາທຸກຄົນກໍ່ມີຄວາມມຸ່ງໝັ້ນໃນການຮ່ວມມືກັນ ເພື່ອເຮັດໃຫ້ສັງຄົມມີຄວາມສະເໝີພາບ ແລະ ເທົ່າທຽມກັນສຳລັບທຸກຄົນ. #PrideMonth #LoveIsLove #LGBTQI+ #EqualRights #Diversity #ChildFundLaos . [...]

June 27th, 2023|