ຫນ້າຫຼັກ2023-11-20T11:28:54+07:00
Loading...

ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຕາງໜ້າຫ້ອງການ ອົງການຊາຍຟັນ ອົດສະຕຣາລີ – ເປັນອົງການຈັດຕັ້ງສາກົນ ເພື່ອການພັດທະນາທີ່ເປັນເອກະລາດ ແລະ ເຮັດວຽກເພື່ອຫລຸດຜ່ອນຄວາມທຸກຍາກຂອງເດັກຢູ່ໃນເຂດພື້ນທີ່ຊົນນະບົດທີ່ກຳລັງໄດ້ຮັບການພັດທະນາ.

ອົງການຊາຍຟັນ ອົດສະຕຣາລີ ເປັນໜຶ່ງໃນບັນດາສະມາຊິກຂອງອົງການຊາຍຟັນພັນທະມິດສາກົນ ມີເຄືອຄ່າຍກັບ 11 ອົງການຈັດຕັ້ງ ທີ່ສຸມໃສ່ການພັດທະນາໃນເດັກ ແລະ ມະນຸດສະທໍາ ທີ່ໃຫ້ການຊ່ວຍເຫຼືອແກ່ເດັກ ແລະ ຄອບຄົວຂອງເຂົາເຈົ້າເກືອບ 36 ລ້ານຄົນ ຢູ່ໃນ 70 ປະເທດ. ອົງການຊາຍຟັນ ອົດສະຕຣາລີ ເປັນອົງການຊ່ວຍເຫຼືອທີ່ໄດ້ຮັບການຈົດທະບຽນ, ເປັນສະມາຊິກສະພາຂອງອົດສະຕຣາລີ ສຳລັບການພັດທະນາລະດັບສາກົນ ແລະ ຖືກຮັບຮອງຢ່າງເປັນທາງການ ຈາກກະຊວງການຕ່າງປະເທດ ແລະ ການຄ້າ ເຊິ່ງເປັນຜູ້ຄຸ້ມຄອງແຜນງານຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີຢູ່ຕ່າງປະເທດ.

ອົງການຊາຍຟັນ ໄດ້ເລີ່ມເຮັດວຽກຢູ່ ສ.ປ.ປ. ລາວ ໃນປີ 2010, ແລະ ເຮັດວຽກຮ່ວມກັນເພື່ອສ້າງຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. ໂຄງການໄດ້ຈັດຕັ້ງປະຕິບັດ ຢູ່ ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງ ໄຊຍະບູລີ, ແຂວງ ຫຼວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ເຊກອງ ແລະ ນະຄອນຫຼວງວຽງຈັນ.

ໂດຍສຸມໃສ່ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມທາງດ້ານອາຊີບ.

ໂລກທີ່ປາສະຈາກຄວາມທຸກຍາກ ບ່ອນທີ່ເດັກ ແລະ ໄວໜຸ່ມ ສາມາດເວົ້າໄດ້ວ່າ: ຂ້ອຍໄດ້ຮັບການປົກປ້ອງ. ຂ້ອຍໄດ້ຮັບການສຶກສາ. ຂ້ອຍມີສ່ວນຮ່ວມ. ຂ້ອຍມີອະນາຄົດທີ່ສົດໃສ.

ພວກເຮົາຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. 

ຕຳແໜ່ງຫວ່າງ

ຂ່າວໃໝ່ລ່າສຸດ

ຂ່າວທົ່ວໄປ

ເລື່ອງເລົ່າຈາກຊຸມຊົນ

ການຮ່ວມມືເພື່ອການປ່ຽນແປງ

Aid Children with Disability Association (ACDA) • Australian Department of Foreign Affairs and Trade • Community Association for Salvation and Environment Community Association for Salvation and Environment (CASE) • Global Green Growth Institute (GGGI) • Lao Rugby Federation (LRF) • Lao Cyber Emergency Response Team (LaoCERT) • Life Skills Development Association (LSDA) • Ministry of Education and Sports (MoES) • Ministry of Health (MOH) • Ministry of Post and Telecommunications • The National Commission for the Advancement of Women and Mothers and Children (NCAWMC) • The Commission for the Advancement of Women and Mothers and Children at Provincial and District levels (CAWMC) • UNICEF • UNFPA 

  ອົງການຊາຍຟັນ ປະຈຳ ສປປ ລາວ ຂໍຂອບໃຈມາຍັງລັດຖະບານລາວ ທີ່ໃຫ້ການສະໜັບສະໜູນ.