ຂ່າວສານ

ເດືອນມິຖຸນາ ແມ່ນເດືອນແຫ່ງຄວາມພາກພູມໃຈຂອງຄວາມຫຼາກຫຼາຍທາງເພດ

ເດືອນມິຖຸນາ ແມ່ນເດືອນແຫ່ງຄວາມພາກພູມໃຈຂອງຄວາມຫຼາກຫຼາຍທາງເພດ ທີ່ໃນຫຼາຍໆປະເທດໄດ້ຈັດຂຶ້ນ ເພື່ອເປັນການສົ່ງເສີມສິດທິເທົ່າທຽມກັນຂອງຄົນທຸກເພດ ໂດຍມີທຸງສາຍຮຸ້ງ 🏳️‍🌈 🌈 ເປັນສັນຍາລັກ.
ເຊັ່ນດຽວກັນທີ່ປະເທດລາວ ແຜນງານ Voice ປະຈຳປະເທດລາວ ກໍ່ໄດ້ຈັດກິດຈະກຳເນື່ອງໃນໂອກາດສຳຄັນດັ່ງກ່າວ ໂດຍໄດ້ເຊີນຜູ້ເຂົ້າຮ່ວມຈາກຂະແໜງການຕ່າງໆເພື່ອສົ່ງເສີມສິດທິສະເໝີພາບທາງເພດ.
ໜຶ່ງໃນຜູ້ຮ່ວມສົນທະນາໃນງານ ກໍ່ແມ່ນ ທ່ານ. ວິລະໄຊ ທຳມະວົງ ຫຼື ຕົ້ນ, ຜູ້ອຳນວຍການ ອົງການຊາຍຟັນ ປະຈຳ ສປປ ລາວ (ChildFund Laos), ເຊິ່ງເປັນໜຶ່ງໃນຜູ້ນຳຂອງອົງການຈັດຕັ້ງສາກົນ (iNGO) ທີ່ເປັນຄົນລາວ ແລະ ເປັນຄົນທີ່ຢູ່ໃນກຸ່ມຄົນຫຼາກຫຼາຍທາງເພດ ທີ່ມີສ່ວນຮ່ວມໃນການສົ່ງເສີມເລື່ອງບົດບາດທາງເພດຕະຫຼອດມາ, ແລະ ພວກເຮົາທຸກຄົນກໍ່ມີຄວາມມຸ່ງໝັ້ນໃນການຮ່ວມມືກັນ ເພື່ອເຮັດໃຫ້ສັງຄົມມີຄວາມສະເໝີພາບ ແລະ ເທົ່າທຽມກັນສຳລັບທຸກຄົນ.

.