ກ່ຽວກັບພວກເຮົາ

ສານຈາກຜູ້ອຳນວຍການ

ວິລະໄຊ ທຳມະວົງ

 

ອະນາຄົດຂອງປະເທດຊາດແມ່ນຢູ່ໃນມືຂອງຄົນຮຸ່ນໃໝ່! 

ເພື່ອທີ່ຈະສ້າງອະນາຄົດທີ່ດີໃຫ້ຄົນຮຸ່ນຕໍ່ໆໄປ ພວກເຮົາຄວນລົງທຶນໃນເດັກ ແລະ ໄວໜຸ່ມໃຫ້ຫຼາຍຂຶ້ນ. ແນວຄວາມຄິດນີ້ ບໍ່ແມ່ນພາບວາດຝັນ, ແຕ່ເປັນສິ່ງທີ່ພວກເຮົາສາມາດເຮັດໄດ້ແທ້ ແລະ ສາມາດຮັບຮູ້ເຖິງຄວາມແຕກຕ່າງໄດ້. 

ການພັດທະນາໃນເດັກບໍ່ໄດ້ໝາຍເຖິງແຕ່ເດັກໃນອະນາຄົດ, ແຕ່ໝາຍເຖິງເດັກທັງຫມົດ ທັງໃນປັດຈຸບັນ ແລະ ໃນອະນາຄົດ. ການສົ່ງເສີມທັກສະການຄິດຢ່າງມີວຸດທິພາວະໃນເດັກ, ຈະຊ່ວຍເຂົາເຈົ້າຮຽນຮູ້ການຕັດສິນໃຈດ້ວຍຄວາມຮັບຜິດຊອບຕໍ່ຕົນເອງ ແລະ ຄົນອ້ອມຂ້າງ. ສິ່ງນີ້ຈະຊ່ວຍໃຫ້ພວກເຂົາເຕີບໃຫຍ່ເປັນບຸກຄົນທີ່ມີຄວາມຮັບຜິດຊອບ. ນອກຈາກນັ້ນ, ຂະບວນການສົ່ງເສີມການພັດທະນາທັກສະຊີວິດ ໂດຍຜ່ານການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ທີ່ຢູ່ພາຍໃຕ້ ອົງການຊາຍຟັນ ປະຈຳ ສປປ ລາວ, ຍັງແມ່ນສິ່ງທີ່ຈໍາເປັນສຳລັບເດັກ ແລະ ໄວໜຸ່ມລາວ ເພື່ອໃຫ້ເຂົາເຈົ້າໄດ້ພັດທະນາທັກສະ ການກ້າຕັດສິນໃຈໃນສິ່ງທີ່ສໍາຄັນສຳລັບຊີວິດຂອງເຂົາເຈົ້າເອງ. 

ແຜນງານເຫຼົ່ານີ້ໄດ້ຮັບປະກັນວ່າເດັກ ແລະ ໄວໜຸ່ມສາມາດຮັບຮູ້ເຖິງ ສິດທິຂອງເຈົ້າ, ວຽກງານປົກປ້ອງເດັກ, ຄວາມສະເໝີພາບທາງເພດ, ການບໍລິການດ້ານສຸຂະພາບ, ສຸຂະພາບຈະເລີນພັນ ແລະ ການນຳໃຊ້ອິນເຕີເນັດທີ່ປອດໄພ. ດ້ວຍການຮຽນຮູ້ກ່ຽວກັບຫົວຂໍ້ເຫຼົ່ານີ້, ພວກເຂົາຈະໄດ້ຮັບການພັດທະນາທັກສະການເປັນຜູ້ນໍາ, ທັກສະທາງດ້ານຈິດໃຈສັງຄົມ ແລະ ທັກສະຊີວິດທີ່ສໍາຄັນອື່ນໆທີ່ຊ່ວຍໃຫ້ເຂົາເຈົ້າວາງແຜນອະນາຄົດຂອງຕົນເອງໄດ້. 

ການເຄື່ອນໄຫວສິດທິເດັກມີປະຫວັດອັນຍາວນານ ໃນການສົ່ງເສີມຊຸກຍູ້ການມີສ່ວນຮ່ວມຂອງເດັກ ແລະ ໄວໜຸ່ມໃນສັງຄົມ ແລະ ລວມທັງການຟັງສຽງຂອງເຂົາເຈົ້າໃນຂະບວນການຕັດສິນໃຈຕ່າງໆ. 

ອົງການຊາຍຟັນ ປະຈຳ ສປປ ລາວ ມີຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການເຄື່ອນໄຫວວຽກງານສິດທິເດັກ ແລະ ສະໜັບສະໜູນເດັກ ເພື່ອໃຫ້ເຂົາເຈົ້າປະສົບຜົນສຳເລັດໃນຊີວິດ. ໃນນີ້ລວມທັງເດັກທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ, ເດັກຊົນເຜົ່າ, ເດັກທີ່ມີຄວາມເປັນພິການ, ໄວໜຸ່ມຍຸກໃໝ່ ທີ່ບາງສ່ວນກໍ່ເປັນຄົນຈາກກຸ່ມຫຼາກຫຼາຍທາງເພດ ແລະ ເດັກທີ່ຂາດໂອກາດໃນດ້ານອື່ນໆ. 

ໃນທຸກວຽກງານຂອງອົງການຊາຍຟັນ, ພວກເຮົາຕ້ອງການໃຫ້ເດັກທຸກຄົນມີຄວາມເທົ່າທຽມກັນ ໂດຍມີໂອກາດໄດ້ຮັບການປົກປ້ອງ, ໄດ້ຮັບການສຶກສາ, ການດູແລສຸຂະພາບ, ການສ້າງຄວາມເຂັ້ມແຂງ, ແລະ ຂົງເຂດວຽກງານອື່ນໆທີ່ມີຄວາມສໍາຄັນຕໍ່ກັບຊີວິດການເປັນຢູ່ ແລະ ສິດທິຂອງເຂົາເຈົ້າ. ພວກເຮົາພາກພູມໃຈທີ່ໄດ້ເຮັດວຽກຮ່ວມກັບຄູ່ຮ່ວມງານພາກລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ, ເດັກ ແລະ ໄວໜຸ່ມອາສາສະຫມັກທຸກຄົນ ທີ່ມີຄວາມມຸ່ງໝັ້ນເຮັດວຽກຮ່ວມກັນ ເພື່ອຮັບປະກັນວ່າທຸກຄົນມີໂອກາດເທົ່າທຽມກັນທີ່ຈະໄດ້ຮັບການປົກປ້ອງ, ການມີສ່ວນຮ່ວມ, ການເຕີບໃຫຍ່ ແລະ ມີສິດ ເພື່ອອະນາຄົດທີ່ດີກວ່າສໍາລັບທຸກໆຄົນ ໂດຍບໍ່ມີການປະລະໃຜໃຫ້ຕ້ອງຢູ່ເບື້ອງຫຼັງ. 

ວິລະໄຊ ທຳມະວົງ

ຜູ້ອຳນວຍການ, ອົງການຊາຍຟັນ ປະຈຳ ສປປລາວ