ອົງການຊາຍຟັນ ເສີມຂະຫຍາຍການຮ່ວມມືເພື່ອປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ

ອົງການຊາຍຟັນປະຈຳ ສປປ ລາວ ເລີ່ມຕົ້ນເຮັດວຽກຢູ່ເມືອງ ຫົວເມືອງ, ແຂວງຫົວພັນ ແຕ່ປີ 2016 ໂດຍເລີ່ມຕົ້ນຈາກໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL) ແລະ ໂຄງການ ການສຶກສາກ່ອນໄວຮຽນ (ECE) ທີ່ໄດ້ຮັບການສະໜັບສະໜູນຈາກອົງການຊາຍຟັນເກົາຫຼີ. ໂຄງການ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (SABELໄລຍະ I) ແມ່ນໂຄງການທີ່ໄດ້ຮັບການເສີມຂະຫຍາຍມາຈາກໂຄງການ BEQUAL. ຕັ້ງແຕ່ປີ 2018 ເຖິງປີ 2021, ໂຄງການ SABEL ໄລຍະ I ແມ່ນໄດ້ເລັງໃສ່ປັບປຸງຜົນການຮຽນວິຊາພາສາລາວ, ສົ່ງເສີມການມີສ່ວນຮ່ວມຂອງເດັກຍິງ ແລະ ເດັກພິການໂດຍການເຮັດວຽກຮ່ວມກັບຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ແລະ ຄອບຄົວຂອງເຂົາເຈົ້າ ພ້ອມທັງປັບປຸງພຶດຕິກຳທີ່ຖືກຕ້ອງດ້ານສຸຂະອະນາໄມໃນ 62 ບ້ານເປົ້າໝາຍ ແລະ ການສອນຫ້ອງຄວບ.

ໂຄງການ SABEL ໄລຍະ I ແມ່ນໄດ້ຮັບຜົນສຳເລັດດີສົມຄວນ, ໂດຍສະເພາະແມ່ນການປັບປຸງຜົນການຮຽນວິຊາພາສາລາວຂອງນັກຮຽນ, ປັບປຸງພຶດຕິກຳທາງດ້ານສຸຂະອະນາໄມຂອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ, ພັດທະນາຄວາມຮູ້ຂອງຜູ້ປົກຄອງກ່ຽວກັບຄວາມສຳຄັນຂອງການສຶກສາສຳລັບເດັກພິການ ແລະ ຍົກລະດັບຄວາມເຂົ້າໃຈຂອງ ຄພສບ ໃນການພັດທະນາແຜນພັດທະນາການສຶກສາຂັ້ນບ້ານ. ເຖິງແມ່ນວ່າຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຈະມີຄວາມຄືບໜ້າ ແຕ່ກໍ່ຍັງພົບພໍ້ບັນດາສິ່ງທ້າທາຍຕ່າງໆໃນການປັບປຸງຜົນການຮຽນຂອງນັກຮຽນຊັ້ນປະຖົມ ໂດຍສະເພາະນັກຮຽນຊົນເຜົ່າ ແລະ ນັກຮຽນພິການ ເນື່ອງມາຈາກຄວາມສາມາດ ແລະ ປະສົບການພ້ອມທັງອຸປະກອນການສອນທີ່ຍັງບໍ່ພຽງພໍຂອງຄູ.

ໂດຍການສະໜັບສະໜູນທຶນຈາກອົງການຊາຍຟັນ ເກົາຫຼີ ແລະ ການຮ່ວມມືຈາກກະຊວງ ສຶກສາທິການ ແລະ ກິລາ, ອົງການຊາຍຟັນປະຈຳ ສປປ ລາວ ຈຶ່ງໄດ້ສືບຕໍ່ຜົນສຳເລັດຂອງໂຄງການໃນໄລຍະ II ໂດຍສຸມໃສ່ການຂະຫຍາຍຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຂອງການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ, ເນັ້ນໃສ່ປັບປຸງຜົນການຮຽນຂອງນັກຮຽນ, ການເຂົ້າເຖິງໂຮງຮຽນຂອງເດັກນ້ອຍໃນຊຸມຊົນທີ່ເປັນຊົນເຜົ່າໂດຍສະເພາະເດັກຍິງ ແລະ ເດັກພິການ ພ້ອມທັງປັບປຸງສະພາບແວດລ້ອມການຮຽນຜ່ານການມີສ່ວນຮ່ວມຂອງຊຸມຊົນໃນ 30 ໂຮງຮຽນເປົ້າໝາຍຂອງໂຄງການ ທີ່ເມືອງ ຫົວເມືອງ, ແຂວງ ຫົວພັນ.

ອົງການຊາຍຟັນປະຈຳ ສປປ ລາວ ແລະ ກະຊວງ ສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກ ສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈເພື່ອຈັດຕັ້ງປະຕິບັດ ໂຄງການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ໄລຍະ II, ໃນງົບປະມານທັງໝົດຈໍານວນ 900,000,000 ວອນ ຫລື ທຽບເທົ່າ 569.647,00 ໂດລາສະຫະລັດ, ໂດຍການເຂົ້າຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຈາກຂັ້ນສູນກາງ, ແຂວງ ແລະ ເມືອງ ພ້ອມທັງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ. ການຈັດຕັ້ງປະຕິບັດໂຄງການຈະໄດ້ເລີ່ມຕັ້ງແຕ່ມື້ອະນຸມັດ ຈົນເຖິງວັນທີ 31 ເດືອນຕຸລາ 2025. ອົງການຊາຍຟັນ ປະຈຳ ສປປ ລາວ ຕາງໜ້າຫ້ອງການ ອົງການຊາຍຟັນ ອົດສະຕຣາລີ – ເປັນອົງການຈັດຕັ້ງສາກົນ ເພື່ອການພັດທະນາທີ່ເປັນເອກະລາດ ແລະ ເຮັດວຽກເພື່ອຫຼຸດຜ່ອນຄວາມທຸກຍາກຂອງເດັກຢູ່ໃນເຂດພື້ນທີ່ຊົນນະບົດທີ່ກຳລັງໄດ້ຮັບການພັດທະນາ. ອົງການຊາຍຟັນ ປະຈໍາ ສປປ ລາວ ໄດ້ເລີ່ມເຮັດວຽກຢູ່ ສປປ ລາວ ໃນປີ 2010 ໂດຍການຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ສຸມໃສ່ສົ່ງເສີມສິດທິເດັກ ແລະ ປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ອົງການຊາຍຟັນ ປະຈຳ ສປປ ລາວ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆທີ່ສະໜັບສະໜູນກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມທາງດ້ານອາຊີບໃຫ້ແກ່ບັນດາຊາວໜຸ່ມເປົ້າໝາຍໃນແຂວງຫົວພັນ, ຊຽງຂວາງ, ຜົ້ງສາລີ, ໄຊຍະບູລີ, ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ ແລະ ນະຄອນຫຼວງວຽງຈັນ.

ຮູບພາບ