ຂ່າວສານ

ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຢູ່ໃນ 20 ໂຮງຮຽນເຂດເປົ້າໝາຍຂອງເມືອງຄູນ, ແຂວງ ຊຽງຂວາງ

ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຢູ່ໃນ 20 ໂຮງຮຽນເຂດເປົ້າໝາຍຂອງເມືອງຄູນ, ແຂວງ ຊຽງຂວາງ ໃຫ້ໄດ້ຮັບຄຸນນະພາບ ແລະ ມີປະສິດທິພາບ ຕາມແຜນທີ່ໄດ້ວາງໄວ້. ດັ່ງນັ້ນ, ຜູ້ອຳນວຍການ ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງຊຽງຂວາງ ໄດ້ລົງຢ້ຽມຢາມ ແລະ ເຂົ້າຮ່ວມກິດຈະກຳການສອນ ທັກສະປະຢັດ ພາຍໃຕ້ຫົວຂໍ້: ການຫາລາຍໄດ້, ການທ້ອນເງິນ, ການໃຊ້ຈ່າຍ ແລະ ການບໍລິຈາກ.

ນອກຈາກນັ້ນ, ທາງຄະນະກໍ່ຍັງໄດ້ເຂົ້າຮ່ວມຕິດຕາມການສອນທັກສະຊີວິດ ກ່ຽວກັບ ການປ້ອງກັນຕົນເອງ ຈາກສິ່ງມຶນເມົາ ແລະ ສິ່ງເສບຕິດ ໃນເດັກ ແລະ ໄວໜຸ່ມ ໃຫ້ແກ່ນັກຮຽນໃນ 2 ໂຮງຮຽນເປົ້າໝາຍຄື: ໂຮງຮຽນປະຖົມສົມບູນສີພົມ ແລະ ໂຮງຮຽນປະຖົມສົມບູນນາໄຊ. ເຊິ່ງໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ໄດ້ຮັບງົບປະມານສະໜັບສະໜູນ ຈາກ ມູນນິທິ ພຣູເດັນສ໌.