ກ່ຽວກັບພວກເຮົາ

ຄວາມເປັນມາ

ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຕາງໜ້າຫ້ອງການ ອົງການຊາຍຟັນ ອົດສະຕຣາລີ – ເປັນອົງການຈັດຕັ້ງສາກົນ ເພື່ອການພັດທະນາທີ່ເປັນເອກະລາດ ແລະ ເຮັດວຽກເພື່ອຫລຸດຜ່ອນຄວາມທຸກຍາກຂອງເດັກຢູ່ໃນເຂດພື້ນທີ່ຊົນນະບົດທີ່ກຳລັງໄດ້ຮັບການພັດທະນາ.

ອົງການຊາຍຟັນ ອົດສະຕຣາລີ ເປັນໜຶ່ງໃນບັນດາສະມາຊິກຂອງອົງການຊາຍຟັນພັນທະມິດ-ສາກົນ ທີ່ມີເຄືອຄ່າຍກັບ 11 ອົງການຈັດຕັ້ງ ທີ່ໃຫ້ການຊ່ວຍເຫຼືອແກ່ເດັກ ແລະ ຄອບຄົວຂອງເດັກຫຼາຍກວ່າ 23 ລ້ານຄົນ ຢູ່ໃນ 70 ປະເທດ. ອົງການຊາຍຟັນ ອົດສະຕຣາລີ ເປັນອົງການຊ່ວຍເຫຼືອທີ່ໄດ້ຮັບການຈົດທະບຽນ, ເປັນສະມາຊິກສະພາຂອງອົດສະຕຣາລີ ສຳລັບການພັດທະນາລະດັບສາກົນ ແລະ ຖືກຮັບຮອງຢ່າງເປັນທາງການ ຈາກກະຊວງການຕ່າງປະເທດ ແລະ ການຄ້າ ເຊິ່ງເປັນຜູ້ຄຸ້ມຄອງແຜນງານຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີຢູ່ຕ່າງປະເທດ.

ອົງການຊາຍຟັນ ໄດ້ເລີ່ມເຮັດວຽກຢູ່ ສ.ປ.ປ. ລາວ ໃນປີ 2010, ແລະ ເຮັດວຽກຮ່ວມກັນເພື່ອສ້າງຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. ໂຄງການໄດ້ຈັດຕັ້ງປະຕິບັດ ຢູ່ ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງ ໄຊຍະບູລີ, ແຂວງ ຫຼວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ເຊກອງ ແລະ ນະຄອນຫຼວງວຽງຈັນ.

ໂດຍສຸມໃສ່ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມທາງດ້ານອາຊີບ.