ຂ່າວສານ

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL), ອົງການຊາຍຟັນ ປະຈຳ ສປປ ລາວ ມີຈຸດປະສົງເພື່ອໃຫ້ເດັກຍິງ ແລະ ເດັກຊາຍ ລວມທັງເດັກພິການ ໄດ້ເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບຢ່າງເທົ່າທຽມກັນ ແລະ ໄດ້ສ້າງສິ່ງອຳນວຍຄວາມສະດວກ ໃນໂຮງຮຽນປະຖົມ ຢູ່ 15 ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ສົບເບົາ ແຂວງ ຫົວພັນ ດັ່ງລຸ່ມນີ້:
1️⃣ ໄດ້ຝຶກອົບຮົມໃຫ້ຄູກ່ຽວກັບການສຶກສາຮຽນຮ່ວມ ແລະ ການວາງແຜນຊ່ວຍເຫຼືອນ້ອງນັກຮຽນ 1.192 ເປັນລາຍບຸກຄົນ ໃນ 15 ໂຮງຮຽນເຂດເປົ້າໝາຍ, ລວມທັງພະນັກງານສຶກສາເມືອງສົບເບົາ, ຄະນະພັດທະນາການສຶກສາຂັ້ນບ້ານ, ແລະ ອາສາສະໝັກຂັ້ນບ້ານ ຫລາຍກວ່າ 432 ຄົນ.
2️⃣ ໄດ້ກໍ່ສ້າງ ແລະ ສ້ອມແປງສິ່ງອຳນວຍຄວາມສະດວກໃນ 15 ໂຮງຮຽນເຂດເປົ້າໝາຍເຊັ່ນ: ກໍ່ສ້າງ ແລະ ສ້ອມແປງໂຮງຮຽນ, ຫ້ອງຮຽນ, ຫ້ອງນໍ້າ ແລະ ທາງເນີນເພື່ອອໍານວຍຄວາມສະດວກໃຫ້ເດັກພິການໄດ້ເຂົ້າເຖິງ. ລວມທັງສ້າງສະຖານີລ້າງມື ແລະ ສະໜອງຜະລິດຕະພັນສຸຂະອະນາໄມ ເຊັ່ນ: ຢາຖູແຂ້ວ, ໄມ້ຖູແຂ້ວ, ສະບູ ແລະ ອື່ນໆ ໃຫ້ນ້ອງນັກຮຽນ.
3️⃣ ໄດ້ສະໜອງອຸປະກອນ ແລະ ເຄື່ອງຄໍ້າຊູໃຫ້ແກ່ ຄົນພິການເຊັ່ນ: ລໍ້ເລື່ອນ, ໄມ້ຄ້ຳຍ່າງແບບ 4 ຂາ, ໄມ້ຄ້ຳຍ່າງແບບຄູ່. ສ້າງຫ້ອງອ່ານເສີມໃຫ້ 5 ໂຮງຮຽນ ໂດຍມີນ້ອງນັກຮຽນໄດ້ຮັບຜົນປະໂຫຍດກວ່າ 502 ນ້ອງ ແລະ ໄດ້ຈັດກິດຈະກຳສົ່ງເສີມການຮຽນຮູ້ສຳລັບທຸກໆຄົນ ເພື່ອຫຼຸດຜ່ອນການແບ່ງແຍກໃນຊຸມຊົນ.

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງອົດສະຕຣາລີ (ANCP), ເປັນໂຄງການທີ່ມີຈຸດປະສົງເພື່ອສ້າງສະພາບແວດລ້ອມທີ່ທຸກຄົນສາມາດເຂົ້າເຖິງການຮຽນຮູ້ທີ່ມີຄຸນນະພາບ ໂດຍບໍ່ຄໍານຶງເຖິງຄວາມສາມາດຂອງເຂົາເຈົ້າ.

.