ຂ່າວທົ່ວໄປ2023-09-04T10:38:19+07:00

ຂ່າວສານ

ຂ່າວໃໝ່ລ່າສຸດ

ຜູ້ຕາງໜ້າໃຫ້ທຶນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ທ່ານ ນ. ໄຊມະໂນ ຊານຸບານ ໄດ້ລົງຢ້ຽມຢາມກິດຈະກໍາຂອງໂຄງການ ສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER)

ຜູ້ຕາງໜ້າໃຫ້ທຶນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ທ່ານ ນ. ໄຊມະໂນ ຊານຸບານ ໄດ້ລົງຢ້ຽມຢາມກິດຈະກໍາຂອງໂຄງການ ສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER) ອົງການຊາຍຟັນ ປະຈໍາ ສປປ ລາວ ດີໃຈ ແລະ ຍິນດີຕ້ອນຮັບ ທີ່ ຜູ້ຕາງໜ້າໃຫ້ທຶນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ທ່ານ ນ. ໄຊມະໂນ ຊານຸບານ ໄດ້ລົງຢ້ຽມຢາມກິດຈະກໍາຂອງໂຄງການ ສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER) ຢູ່ ໂຮງຮຽນປະຖົມບ້ານຜານາງ, ເມືອງ ຫົວເມືອງ ແລະ ໂຮງຮຽນປະຖົມບ້ານຫົວຄັງ, ເມືອງຊໍາເໜືອ, ແຂວງ ຫົວພັນ. ຈຸດປະສົງໃນການລົງຢ້ຽມຢາມຄັ້ງນີ້ແມ່ນເພື່ອຕິດຕາມ, ແລກປ່ຽນ ແລະ ທົບທວນຄືນຄວາມຄືບໜ້າຂອງຜົນໄດ້ຮັບຈາກການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER) ໃນໄລຍະຜ່ານມາ ແລະ ຮອດປະຈຸບັນ [...]

June 23rd, 2023|

ກອງປະຊຸມໃຫຍ່ຄັ້ງທຳອິດຂອງ ຊະ-ຊິງ ໄດ້ຖືກຈັດຂຶ້ນຢ່າງເປັນທາງການທີ່ ບາງກອກ, ປະເທດໄທ

ກອງປະຊຸມໃຫຍ່ຄັ້ງທຳອິດຂອງ ຊະ-ຊິງ ໄດ້ຖືກຈັດຂຶ້ນຢ່າງເປັນທາງການທີ່ ບາງກອກ, ປະເທດໄທ ກອງປະຊຸມໃຫຍ່ຄັ້ງທຳອິດຂອງ ຊະ-ຊິງ ໄດ້ຖືກຈັດຂຶ້ນຢ່າງເປັນທາງການທີ່ ບາງກອກ, ປະເທດໄທ, ພາຍໃນງານມີບຸກຄົນສຳຄັນຫຼາຍທ່ານເຂົ້າຮ່ວມເຊັ່ນ: ທ່ານ ມາກ ແຟນຊີ, ຜູ້ອຳນວຍການຝ່າຍບໍລິຫານຂອງມູນນິທິພຣູເດັນສ໌; ທ່ານ ມາເຊຍ ຊາເບັດ, ປະທານບໍລິຫານງານຂອງອາຊີ ປາຊີຟິກ; ທ່ານ ນ. ເພຍ ວາເບີຕັນ, ຜູ້ຈັດການໂຄງການລະດັບພາກພື້ນ, ນອກຈາກນີ້ຍັງມີ ເອເຈອິນໂດເນເຊຍ, ເອເຈຟິລິບປິນ, ພຣູເດັນໂຊລ໌ຫວຽດນາມ, ພຣູເດັນໂຊລ໌ແຊມເບຍ ແລະ ຕົວແທນພຣູເດັນໂຊລ໌ລາວ ແລະ ຜູ້ອຳນວຍການອົງການຊາຍຟັນ ປະຈຳ ສປປ ລາວ ກໍ່ຖືກເຊີນເຂົ້າຮ່ວມເຊັ່ນກັນ. ເຊິ່ງງານສຳຄັນດັ່ງກ່າວນີ້ຈັດໂດຍ ມູນນິທິ ພູເດັນສ໌ເພື່ອການທົບທວນການຈັດຕັ້ງປະຕິບັດຄູ່ມື ຊະ-ຊິງ ທີ່ຈັດຕັ້ງປະຕິບັດຢູ່ໃນບັນດາປະເທດໃນອາຊີ ແລະ ອາຟຣິກາ ລວມທັງ ໃນ [...]

June 16th, 2023|

ເພື່ອສ້າງສະພາບແວດລ້ອມໃຫ້ເດັກໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ

ເພື່ອສ້າງສະພາບແວດລ້ອມໃຫ້ເດັກໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ ເພື່ອສ້າງສະພາບແວດລ້ອມໃຫ້ເດັກໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ, ສ້າງຈິດສຳນຶກໃນການຮັກສາສະພາບແວດລ້ອມ, ໃຫ້ສຽງຂອງເດັກທຸກຄົນໄດ້ຖືກຮັບຟັງ ແລະ ມີອິດສະຫຼະໃນການສະແດງອອກຄວາມຄິດເຫັນ, ຄະນະກຳມະທິການ ກອງເລຂາ ໂພຊະນາການ ຂັ້ນເມືອງ ເມືອງຊຳເໜືອ, ແລະ ຂັ້ນແຂວງ ແຂວງຫົວພັນ ຈຶ່ງໄດ້ເຂົ້າຮ່ວມໃນການຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນຂື້ນທີ່ຫໍວັດທະນະທໍາ ແຂວງຫົວພັນ. ໂດຍແມ່ນໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການຂອງອົງການຊາຍຟັນ ປະຈຳ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP), ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນງານດັ່ງກ່າວ ແລະ ດີໃຈທີ່ໄດ້ເຫັນນ້ອງໆນັກຮຽນຫລາຍກວ່າ 300 ຄົນໃຫ້ຄວາມສົນໃຈເຂົ້າຮ່ວມໃນງານ ໂດຍສະເພາະແມ່ນພວກເຂົາໄດ້ຮັບກວດສຸຂະພາບ, ໄດ້ຮັບສັກຢາກັນມະເຮັງປາກມົດລູກສຳລັບເດັກຍິງ, ໄດ້ຮັບຢາຂ້າແມ່ທ້ອງເດັກ, ໄດ້ຮັບວິຕາມິນອາ, ໄດ້ຮັບການຕິດຕາມການຈະເລີນເຕີບໂຕເດັກ, ໄດ້ຮັບສັກຢາກັນພະຍາດໂຄວິດ19, ແລະ ສົ່ງເສີມໃຫ້ເຂົາເຈົ້າເຂົ້າຮ່ວມກິດຈະກຳປູກກິດສຳນຶກ ສຸຂະອານາໄມ ແລະ ການຮັກສາສະພາບແວດລ້ອມນຳ. #ANCP | #IN4G Australian Government Department [...]

June 16th, 2023|

ເພື່ອທົບທວນການຈັດຕັ້ງປະຕິບັດກິດຈະກຳ ໂຄງການ ໃນ 60 ໂຮງຮຽນເປົ້າໝາຍ ໃນ 8 ຕົວເມືອງ ຂອງນະຄອນຫຼວງວຽງຈັນ

ເພື່ອທົບທວນການຈັດຕັ້ງປະຕິບັດກິດຈະກຳ ໂຄງການ ໃນ 60 ໂຮງຮຽນເປົ້າໝາຍ ໃນ 8 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ເພື່ອທົບທວນການຈັດຕັ້ງປະຕິບັດກິດຈະກຳ ໂຄງການ ໃນ 60 ໂຮງຮຽນເປົ້າໝາຍ ໃນ 8 ຕົວເມືອງ ຂອງນະຄອນຫຼວງວຽງຈັນ. ດັ່ງນັ້ນ, ອົງການຊາຍຟັນປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 6 ເດືອນຕົ້ນປີ ແລະ ພ້ອມທັງວາງແຜນການ 6 ເດືອນທ້າຍປີ 2023 ຮ່ວມກັບ ຄະນະກຳມະການຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຂື້ນທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ມູນນິທິ ພຣູເດັນສ໌. . [...]

June 13th, 2023|

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ເພື່ອຮັບປະກັນວ່າ ໂຮງຮຽນມີຄວາມຮູ້, ມີບຸກຄະລາກອນ ແລະ ໂຄງສ້າງທີ່ເຂົາເຈົ້າຕ້ອງການ ເພື່ອໃຫ້ເດັກຍິງ, ເດັກຊາຍ ລວມທັງເດັກພິການ ໄດ້ເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບຢ່າງເທົ່າທຽມ ແລະ ເພື່ອສ້າງສະພາບແວດລ້ອມດິຈິຕ້ອນໃຫ້ເດັກພິການ ໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາໄດ້ຫຼາຍຮູບແບບ ແລະ ມີຄວາມປອດໄພໃນການໃຊ້ສື່ອອນໄລນ໌. ດັ່ງນັ້ນ, ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL), ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ແລະ ຫ້ອງການສຶກສາເມືອງສົບເບົາ ໄດ້ລົງຕິດຕາມ ແລະ ສະໜັບສະໜູນການວາງແຜນການສິດສອນໃຫ້ຄູອາຈານ ເພື່ອຊ່ວຍເຫຼືອໃຫ້ຄຳແນະນຳນ້ອງນັກຮຽນຜູ້ທີມີບັນຫາໃນການຮຽນ ແລະ ຜູ້ທີ່ມີຄວາມພິການພາຍໃນໂຮງຮຽນປະຖົມ 15 ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ສົບເບົາ ແຂວງ ຫົວພັນ. ໂດຍໂຄງການໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ [...]

June 9th, 2023|

ເພື່ອຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍທີ່ສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ

ເພື່ອຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍທີ່ສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ ເພື່ອຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍທີ່ສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ. ດັ່ງນັ້ນ, ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມະການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ (CAWMC) ໄດ້ຈັດພິທີມອບຮັບຖັງຂີ້ເຫຍື້ອ ໃຫ້ແກ່ໂຮງຮຽນເປົ້າໝາຍ 30 ແຫ່ງ ໃນເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພ້ອມທັງໄດ້ແບ່ງປັນຂໍ້ມູນຄວາມຮູ້ກ່ຽວກັບການບໍລິຫານຈັດການຂີ້ເຫຍື້ອ ເພື່ອໃຫ້ນ້ອງໆນັກຮຽນຮູ້ຈັກການແຍກຂີ້ເຫຍື້ອໃຫ້ຖືກວິທີ ນຳໂດຍໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ຮັບທຶນສະໜັບສະໜູນຈາກ ອົງການຊາຍຟັນ ເກົາຫຼີ ແລະ ສະຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ 초록우산 어린이재단 I @ChildFund Australia I #CYECA [...]

June 6th, 2023|