ຂ່າວສານ

ຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ.

ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ຂອງອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງ ຫົວພັນ ແລະ ຫ້ອງການສາທາລະນະສຸກ ເມືອງ ຊຳເໜືອ ໄດ້ຈັດຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ.

ຈຸດປະສົງໃນການຝຶກອົບອົບແມ່ນເພື່ອເພີ່ມທັກສະ ແລະ ສ້າງຂີດຄວາມສາມາດໃຫ້ແກ່ບັນດາຄູ່ຮ່ວມງານ ໃນການເພີ່ມທະວີການເຂົ້າເຖິງຄຸນນະພາບໃນການດູແລສຸຂະພາບແມ່ ແລະ ເດັກ, ປັບປຸງບັນດາມາດຖານຍິງ-ຊາຍ ເພື່ອຫຼຸດຜ່ອນພາລະວຽກງານຂອງແມ່ຍິງ, ແລະ ສະໜັບສະໜູນແມ່ຍິງໃນການດູແລຕົນເອງ ແລະ ຄອບຄົວຂອງເຂົາເຈົ້າ. ເຊິ່ງຜົນການປະເມີນຄວາມເຂົ້າໃຈກ່ອນເຂົ້າຝຶກອົມຮົມໄດ້ 49% ແລະ ຫຼັງຝຶກອົມຮົມປະເມີນໄດ້ 78%. ນັ້ນສະແດງໃຫ້ເຫັນວ່າ, ຄູ່ຮ່ວມງານມີຄວາມເຂົ້າໃຈຫຼາຍຂຶ້ນຫຼັງຈາກເຂົ້າຮ່ວມການຝຶກອົບຮົມ.

ໂຄງການ IN4G ທີ່ຈັດຕັ້ງປະຕິບັດໂດຍອົງການຊາຍຟັນ ປະຈຳ ສປປ ລາວ, ມີບ້ານເປົ້າໝາຍ 10 ບ້ານ ຢູ່ ເມືອງ ຊຳເໜືອ, ແຂວງ ຫົວພັນ. ໂຄງການໄດ້ຮັບການສະຫນັບສະຫນູນທຶນໂດຍ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP).