ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ IN4G


ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະນຳສະເໜີຜົນສຳລັດຂອງໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ ທີ່ຈັດຕັ້ງປະຕິບັດຢູ່ ບ້ານ ຄົດ, ເມືອງ ຊຳເໜືອ, ແຂວງ ຫົວພັນ!

ຕ້ອງຂໍຂອບໃຈ ການສະໜັບສະໜູນທຶນຈາກລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງອົດສະຕຣາລີ (ANCP), ທີ່ເຮັດໃຫ້ ອົງການຊາຍຟັນ ປະຈຳ ສປປ ລາວ ສາມາດສະໜອງລະບົບນຳ້ລິນ ແບບຕິດຕັ້ງກົງເຕີ້ເຂົ້າໃນເຮືອນໃຫ້ຊຸມຊົນຫຼາຍເຖິງ 88 ຫຼັງຄາເຮືອນ. ສິ່ງດັ່ງກ່າວເຮັດໃຫ້ປະຊາຊົນໃນຊຸມຊົນ 400 ກວ່າຄົນ ເຂົ້າເຖິງນໍ້າສະອາດ, ຫຼຸດຜ່ອນອຸປະຕິເຫດໃນກຸ່ມແມ່ຍິງ, ເດັກ ແລະ ຄົນອື່ນໆໃນຊຸມຊົນ ເຊິ່ງທີ່ຜ່ານມາເຂົາເຈົ້າຕ້ອງໄດ້ໄປຕັກນໍ້າຢູ່ໄກຈາກເຮືອນ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ສ້າງການປ່ຽນແປງທີ່ດີຕໍ່ການດຳລົງຊີວິດຂອງຄົນໃນຊຸມຊົນ ຢູ່ບ້ານຄົດ.

YouTube Channel: https://youtu.be/eEzLRi-BhQ4
TikTok: https://www.tiktok.com/@childfund.laos?is_from_webapp=1
Facebook page: https://www.facebook.com/ChildFundLaos

#ANCP | #IN4Gproject #ChildFundLaos
Australian Government Department of Foreign Affairs and Trade