EU SCALING2023-08-18T09:27:48+07:00

ຂ່າວສານ

LATEST NEWS

ຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ.

ຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ. ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ຂອງອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງ ຫົວພັນ ແລະ ຫ້ອງການສາທາລະນະສຸກ ເມືອງ ຊຳເໜືອ ໄດ້ຈັດຝຶກອົບຮົມວຽກງານສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມທາງດ້ານໂພຊະນາການ ໃຫ້ກັບບັນດາຄູ່ຮ່ວມງານທີ່ມາຈາກຫລາກຫຼາຍຫ້ອງການອ້ອມຂ້າງ. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ສູນໄອຊີທີ ໂຮງຮຽນ ມສ ພັນລາ, ເມືອງ ຊຳເໜືອ, ແຂວງ ຫົວພັນ. ຈຸດປະສົງໃນການຝຶກອົບອົບແມ່ນເພື່ອເພີ່ມທັກສະ ແລະ ສ້າງຂີດຄວາມສາມາດໃຫ້ແກ່ບັນດາຄູ່ຮ່ວມງານ ໃນການເພີ່ມທະວີການເຂົ້າເຖິງຄຸນນະພາບໃນການດູແລສຸຂະພາບແມ່ ແລະ ເດັກ, ປັບປຸງບັນດາມາດຖານຍິງ-ຊາຍ ເພື່ອຫຼຸດຜ່ອນພາລະວຽກງານຂອງແມ່ຍິງ, ແລະ ສະໜັບສະໜູນແມ່ຍິງໃນການດູແລຕົນເອງ ແລະ ຄອບຄົວຂອງເຂົາເຈົ້າ. ເຊິ່ງຜົນການປະເມີນຄວາມເຂົ້າໃຈກ່ອນເຂົ້າຝຶກອົມຮົມໄດ້ 49% ແລະ ຫຼັງຝຶກອົມຮົມປະເມີນໄດ້ 78%. ນັ້ນສະແດງໃຫ້ເຫັນວ່າ, ຄູ່ຮ່ວມງານມີຄວາມເຂົ້າໃຈຫຼາຍຂຶ້ນຫຼັງຈາກເຂົ້າຮ່ວມການຝຶກອົບຮົມ. ໂຄງການ IN4G ທີ່ຈັດຕັ້ງປະຕິບັດໂດຍອົງການຊາຍຟັນ [...]

By |August 30th, 2023|Categories: IN4G|0 Comments

Click here for more information

WORK WITH US "For additional information and to apply for this position, click the image or link below." Consultant for Gender and Language Education for Ethnic Students’ Empowerment (GLEESE) Lao Literacy Class Handbook - Content RevisionLao Literac Class Handbook - Content Revision.

By |August 30th, 2023|Categories: Work With Us lao|0 Comments

ອົງການຊາຍຟັນ ເສີມຂະຫຍາຍການຮ່ວມມືເພື່ອປັບປຸງຄຸນນະພາບ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ

ອົງການຊາຍຟັນ ເສີມຂະຫຍາຍການຮ່ວມມືເພື່ອປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ອົງການຊາຍຟັນປະຈຳ ສປປ ລາວ ເລີ່ມຕົ້ນເຮັດວຽກຢູ່ເມືອງ ຫົວເມືອງ, ແຂວງຫົວພັນ ແຕ່ປີ 2016 ໂດຍເລີ່ມຕົ້ນຈາກໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL) ແລະ ໂຄງການ ການສຶກສາກ່ອນໄວຮຽນ (ECE) ທີ່ໄດ້ຮັບການສະໜັບສະໜູນຈາກອົງການຊາຍຟັນເກົາຫຼີ. ໂຄງການ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (SABELໄລຍະ I) ແມ່ນໂຄງການທີ່ໄດ້ຮັບການເສີມຂະຫຍາຍມາຈາກໂຄງການ BEQUAL. ຕັ້ງແຕ່ປີ 2018 ເຖິງປີ 2021, ໂຄງການ SABEL ໄລຍະ I ແມ່ນໄດ້ເລັງໃສ່ປັບປຸງຜົນການຮຽນວິຊາພາສາລາວ, ສົ່ງເສີມການມີສ່ວນຮ່ວມຂອງເດັກຍິງ ແລະ ເດັກພິການໂດຍການເຮັດວຽກຮ່ວມກັບຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ແລະ ຄອບຄົວຂອງເຂົາເຈົ້າ ພ້ອມທັງປັບປຸງພຶດຕິກຳທີ່ຖືກຕ້ອງດ້ານສຸຂະອະນາໄມໃນ 62 ບ້ານເປົ້າໝາຍ ແລະ ການສອນຫ້ອງຄວບ. ໂຄງການ SABEL ໄລຍະ I ແມ່ນໄດ້ຮັບຜົນສຳເລັດດີສົມຄວນ, ໂດຍສະເພາະແມ່ນການປັບປຸງຜົນການຮຽນວິຊາພາສາລາວຂອງນັກຮຽນ, ປັບປຸງພຶດຕິກຳທາງດ້ານສຸຂະອະນາໄມຂອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ, ພັດທະນາຄວາມຮູ້ຂອງຜູ້ປົກຄອງກ່ຽວກັບຄວາມສຳຄັນຂອງການສຶກສາສຳລັບເດັກພິການ ແລະ ຍົກລະດັບຄວາມເຂົ້າໃຈຂອງ ຄພສບ ໃນການພັດທະນາແຜນພັດທະນາການສຶກສາຂັ້ນບ້ານ. [...]

By |August 29th, 2023|Categories: News Lao, SABEL II|0 Comments

ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ IN4G

ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ IN4G ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະນຳສະເໜີຜົນສຳລັດຂອງໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ ທີ່ຈັດຕັ້ງປະຕິບັດຢູ່ ບ້ານ ຄົດ, ເມືອງ ຊຳເໜືອ, ແຂວງ ຫົວພັນ! ຕ້ອງຂໍຂອບໃຈ ການສະໜັບສະໜູນທຶນຈາກລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງອົດສະຕຣາລີ (ANCP), ທີ່ເຮັດໃຫ້ ອົງການຊາຍຟັນ ປະຈຳ ສປປ ລາວ ສາມາດສະໜອງລະບົບນຳ້ລິນ ແບບຕິດຕັ້ງກົງເຕີ້ເຂົ້າໃນເຮືອນໃຫ້ຊຸມຊົນຫຼາຍເຖິງ 88 ຫຼັງຄາເຮືອນ. ສິ່ງດັ່ງກ່າວເຮັດໃຫ້ປະຊາຊົນໃນຊຸມຊົນ 400 ກວ່າຄົນ ເຂົ້າເຖິງນໍ້າສະອາດ, ຫຼຸດຜ່ອນອຸປະຕິເຫດໃນກຸ່ມແມ່ຍິງ, ເດັກ ແລະ ຄົນອື່ນໆໃນຊຸມຊົນ ເຊິ່ງທີ່ຜ່ານມາເຂົາເຈົ້າຕ້ອງໄດ້ໄປຕັກນໍ້າຢູ່ໄກຈາກເຮືອນ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ສ້າງການປ່ຽນແປງທີ່ດີຕໍ່ການດຳລົງຊີວິດຂອງຄົນໃນຊຸມຊົນ ຢູ່ບ້ານຄົດ. YouTube Channel: https://youtu.be/eEzLRi-BhQ4 TikTok: https://www.tiktok.com/@childfund.laos?is_from_webapp=1... Facebook page: https://www.facebook.com/ChildFundLaos #ANCP | #IN4Gproject #ChildFundLaos Australian Government Department of Foreign Affairs and Trade

By |August 17th, 2023|Categories: Videos|0 Comments