ຂ່າວສານ

ເພື່ອສ້າງສະພາບແວດລ້ອມໃຫ້ເດັກໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ

ເພື່ອສ້າງສະພາບແວດລ້ອມໃຫ້ເດັກໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ, ສ້າງຈິດສຳນຶກໃນການຮັກສາສະພາບແວດລ້ອມ, ໃຫ້ສຽງຂອງເດັກທຸກຄົນໄດ້ຖືກຮັບຟັງ ແລະ ມີອິດສະຫຼະໃນການສະແດງອອກຄວາມຄິດເຫັນ, ຄະນະກຳມະທິການ ກອງເລຂາ ໂພຊະນາການ ຂັ້ນເມືອງ ເມືອງຊຳເໜືອ, ແລະ ຂັ້ນແຂວງ ແຂວງຫົວພັນ ຈຶ່ງໄດ້ເຂົ້າຮ່ວມໃນການຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນຂື້ນທີ່ຫໍວັດທະນະທໍາ ແຂວງຫົວພັນ.

ໂດຍແມ່ນໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການຂອງອົງການຊາຍຟັນ ປະຈຳ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP), ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນງານດັ່ງກ່າວ ແລະ ດີໃຈທີ່ໄດ້ເຫັນນ້ອງໆນັກຮຽນຫລາຍກວ່າ 300 ຄົນໃຫ້ຄວາມສົນໃຈເຂົ້າຮ່ວມໃນງານ ໂດຍສະເພາະແມ່ນພວກເຂົາໄດ້ຮັບກວດສຸຂະພາບ, ໄດ້ຮັບສັກຢາກັນມະເຮັງປາກມົດລູກສຳລັບເດັກຍິງ, ໄດ້ຮັບຢາຂ້າແມ່ທ້ອງເດັກ, ໄດ້ຮັບວິຕາມິນອາ, ໄດ້ຮັບການຕິດຕາມການຈະເລີນເຕີບໂຕເດັກ, ໄດ້ຮັບສັກຢາກັນພະຍາດໂຄວິດ19, ແລະ ສົ່ງເສີມໃຫ້ເຂົາເຈົ້າເຂົ້າຮ່ວມກິດຈະກຳປູກກິດສຳນຶກ ສຸຂະອານາໄມ ແລະ ການຮັກສາສະພາບແວດລ້ອມນຳ.

.