ຂ່າວສານ

ຜູ້ຕາງໜ້າໃຫ້ທຶນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ທ່ານ ນ. ໄຊມະໂນ ຊານຸບານ ໄດ້ລົງຢ້ຽມຢາມກິດຈະກໍາຂອງໂຄງການ ສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER)

ອົງການຊາຍຟັນ ປະຈໍາ ສປປ ລາວ ດີໃຈ ແລະ ຍິນດີຕ້ອນຮັບ ທີ່ ຜູ້ຕາງໜ້າໃຫ້ທຶນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ທ່ານ ນ. ໄຊມະໂນ ຊານຸບານ ໄດ້ລົງຢ້ຽມຢາມກິດຈະກໍາຂອງໂຄງການ ສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER) ຢູ່ ໂຮງຮຽນປະຖົມບ້ານຜານາງ, ເມືອງ ຫົວເມືອງ ແລະ ໂຮງຮຽນປະຖົມບ້ານຫົວຄັງ, ເມືອງຊໍາເໜືອ, ແຂວງ ຫົວພັນ.

ຈຸດປະສົງໃນການລົງຢ້ຽມຢາມຄັ້ງນີ້ແມ່ນເພື່ອຕິດຕາມ, ແລກປ່ຽນ ແລະ ທົບທວນຄືນຄວາມຄືບໜ້າຂອງຜົນໄດ້ຮັບຈາກການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ (PAER) ໃນໄລຍະຜ່ານມາ ແລະ ຮອດປະຈຸບັນ ເຊິ່ງເປັນໂຄງການທີ່ໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອີຣົບ.

.