ຂ່າວສານ

ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ

ອົງການການຊາຍຟັນປະຈຳ ສປປ ລາວ ໄດ້ເອົາໃຈໃສ່ຕໍ່ວຽກງານໂພຊະນາການໃນຂົງເຂດບ້ານເປົ້າໝາຍຂອງ ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ ເພື່ອຮັບປະກັນວ່າຊຸມຊົນໄດ້ຮັບໂພຊະນາການທີ່ດີຢ່າງຖືກວິທີ ແລະ ໄດ້ຮັບປະສິດທິພາບຢ່າງທົ່ວເຖິ່ງກັນ.

ໂດຍທີມງານໂຄງການຂອງພວກເຮົາໄດ້ລົງຕິດຕາມຢ່າງໃກ້ຊິດເພື່ອຊຸກຍູ້ສົ່ງເສີມພ້ອມທັງຊ່ວຍເປັນຜູ້ອຳນວຍຄວາມສະດວກຊຸມຊົນໃນການດຳເນີນກິດຈະກຳໂພຊະນາການທຸກໆໄຕມາດເປັນປະຈຳໃຫ້ແກ່ອາສາສະໝັກຂັ້ນບ້ານ ເຊັ່ນ: ໃນການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍລຸ່ມອາຍຸ 5 ປີລົງມາ, ພ້ອມກັນນີ້, ຍັງນຳພາເຂົາເຈົ້າການສ້າງກິດຈະກຳໂພຊະນາການທີ່ສ້າງສັນເພື່ອບໍລິການຊຸມຊົນ, ພ້ອມທັງແນະນຳວິທີການຮັກສາກ໋ອກນໍ້າພາຍໃນຄົວເຮືອນລວມທັງການນຳວິດຖ່າຍຢ່າງສະອາດ ແລະ ການບໍ່ຖີ້ມຂີ້ເຫຍື້ອຊະຊາຍທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດລອມເພື່ອຮັກສາໂລກ.