ຂ່າວສານ

ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ

ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ, ອົງການຊາຍຟັນ ປະຈຳ ສປປ ລາວ ທີ່ ໄດ້ຮັບການສະໜັບສະໜູນທຶນ ໂດຍ ມູນນິທິ ພຣູເດັນສ໌ ໄດ້ລົງທົດລອງສອນຕົວຈິງໃຫ້ແກ່ນ້ອງນັກຮຽນໃນນະຄອນຫຼວງວຽງຈັນ ຫລັງຈາກທີ່ບັນດາ ຄູຝຶກຫຼັກ ແລະ ຄູສອນຊັ້ນປະຖົມໄດ້ເຂົ້າຮ່ວມໃນການຝຶກອົບຮົມກ່ຽວກັບຄູ່ມືການເສີມທັກສະການປະຢັດ ແລະ ສາມາດຖ່າຍທອດບົດຮຽນໃຫ້ແກ່ນັກຮຽນຊັ້ນປະຖົມໃນໂຮງຮຽນທີ່ຕົນເອງຮັບຜິດຊອບ ໂດຍສະເພາະແມ່ນ ເນັ້ນເຖິງ 4 ແນວຄວາມຄິດກ່ຽວກັບການເງິນ ເຊັ່ນ: ການຫາລາຍໄດ້-ປະຢັດ, ການທ້ອນເງິນ, ການໃຊ້ຈ່າຍ ແລະ ການບໍລິຈາກ.

Prudence Foundation | #NCAWMC I ChildFund Laos I Prudential Laos #JAThailand

.