ຂ່າວສານ

ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ

ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ, ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດການຝຶກອົບຮົມ ຄູ່ມືຝຶກອົບຮົມຄູຝຶກ ເພື່ອເສີມທັກສະໃນການປະຢັດ ຫຼື ຄູ່ມືຊາຊິງ (Cha-Ching), ເຊິ່ງເປັນຄູ່ມືທີ່ສອນກ່ຽວກັບທັກສະໃນການນໍາໃຊ້ເງິນຢ່າງສະຫຼາດໃຫ້ແກ່ເດັກ ໃນລະຫວ່າງ ອາຍຸ 7-12 ປີ ຫຼື ຕັ້ງແຕ່ຊັ້ນປະຖົມປີທີ 2-5. ການຝຶກອົບຮົມດັ່ງກ່າວ ແມ່ນຈັດໃຫ້ແກ່ຄູຝຶກຫຼັກຂັ້ນແຂວງ, ຂັ້ນເມືອງ ພ້ອມທັງ ຄູສອນຂັ້ນປະຖົມ ປີທີ2 ຫາ ປີທີ5 ຂອງ 2 ເມືອງ ຄື: ສົບເບົາ ແລະ ຊຽງຄໍ້, ແຂວງ ຫົວພັນ. ລວມຈຳນວນຜູ້ເຂົ້າຮ່ວມທັງໝົດ 100 ທ່ານ, ຍິງ 52 ທ່ານ.
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນ ຈຳນວນ 450.000 ໂດລາສະຫະລັດ ໂດຍ ມູນນິທິ ພຣູເດັນສ໌. ເຊິ່ງມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 3 ປີ, ເລີ່ມແຕ່ປີ 2022 ຫາ ທ້າຍປີ 2024.
ການຝຶກອົບຮົມໃນຄັ້ງນີ້, ບັນດາຄູຝຶກຫຼັກໄດ້ຮຽນຮູ້ວິທີການ ແລະ ເຕັກນິກການສອນ ຄູ່ມືດັ່ງກ່າວ ກ່ຽວກັບທັກສະໃນການປະຢັດ ແລະ ການໃຊ້ຈ່າຍເງິນຢ່າງສະຫຼາດ ທີ່ເນັ້ນເຖິງ 4 ແນວຄວາມຄິດກ່ຽວກັບການເງິນ ເຊັ່ນ: ການຫາລາຍໄດ້-ປະຢັດ, ການທ້ອນເງິນ, ການໃຊ້ຈ່າຍ ແລະ ການບໍລິຈາກ.
ອີກໜຶ່ງຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຝຶກໃຫ້ຄູຝຶກຫຼັກ ແລະ ຄູສອນຂັ້ນປະຖົມໃຫ້ມີຄວາມເຂົ້າໃຈໃນຄູ່ມື, ແລະ ສາມາດຖ່າຍທອດບົດຮຽນຂອງທັກສະປະຢັດໃຫ້ແກ່ນັກຮຽນໃນໂຮງຮຽນທີ່ຕົວເອງຮັບຜິດຊອບໃນຂັ້ນຕໍ່ໄປ. ການຝຶກອົບຮົມໃຊ້ເວລາ 4 ມື້, ຕັ້ງແຕ່ ວັນທີ 10 – 12 ທັນວາ 2022. ໃນມື້ສຸດທ້າຍຂອງການຝຶກອົບຮົມ ບັນດາຜູ້ເຂົ້າຮ່ວມໄດ້ລົງທົດລອງສອນຕົວຈິງໃຫ້ແກ່ນັກຮຽນ 217 ຄົນ, ຍິງ 106 ຄົນ ທີ່ໂຮງຮຽນປະຖົມສົມບູນສົບເບົາ, ເມືອງ ສົບເບົາ, ແຂວງ ຫົວພັນ.

.