ຂ່າວສານ

ກອງກອງປະຊຸມ ລິເລີ່ມຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ

ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ຮ່ວມກັບ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງກອງປະຊຸມ ລິເລີ່ມຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ໃນວັນທີ 12 ທັນວາ 2022 ທີ່ ເມືອງ ສົບເບົາ, ແຂວງ ຫົວພັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຸ້ຍຕິພອນ ທຳມະວົງ, ຮອງຫົວໜ້າຫ້ອງວ່າການປົກຄອງ ແຂວງຫົວພັນ ແລະ ທ່ານ ໄຊຍະແສງ ຊົງຍົງຍາ, ເຈົ້າເມືອງ ເມືອງສົບເບົາ, ແຂວງ ຫົວພັນ.

ຈຸດປະສົງຂອງການຈັດກອງປະຊຸມດັ່ງກ່າວນີ້ແມ່ນເພື່ອນຳສະເໜີ ໂຄງການ ສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ, ເຊິ່ງເປັນໂຄງການໃໝ່ ຂອງອົງການຊາຍຟັນ ປະຈຳ ສປປ ລາວ ໃຫ້ກັບຄູ່ຮ່ວມງານພາກລັດໃນແຂວງຫົວພັນ ແລະ ຂັ້ນເມືອງ ຄື: ຊຽງຄໍ້ ແລະ ສົບເບົາ.

ໂດຍເປົ້າໝາຍຂອງໂຄງການແມ່ນເພື່ອສ້າງໃຫ້ເດັກທຸກຄົນສາມາດກາຍເປັນຜູ້ນໍາໃນການສ້າງຄວາມເຂັ້ມແຂງຢູ່ໃນໂຮງຮຽນ ແລະ ຊຸມຊົນຂອງເຂົາເຈົ້າ ໃຫ້ມີການປ່ຽນແປງໄປໃນທາງທີ່ດີຂື້ນ, ເພີ່ມຄວາມຮູ້ ແລະ ທັກສະທາງດ້ານການເງິນ, ມີທັກສະຊີວິດເພີ່ມຂຶ້ນ ແລະ ສາມາດຊ່ວຍເຫຼືອໝູ່ເພື່ອນ, ມີສິດໃນການສະແດງຄວາມຄິດເຫັນ ແລະ ເຮັດໃຫ້ຄວາມຄິດເຫັນເຫຼົ່ານັ້ນໄດ້ຖືກຮັບຟັງ ໂດຍສະເພາະການສະເໜີວິທີແກ້ໄຂບັນຫາທີ່ເດັກກຳລັງປະເຊີນໜ້າ ແລະ ມີຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ.

ພື້ນທີ່ເປົ້າໝາຍໂຄງການກວມເອົາ 20 ໂຮງຮຽນ ຂອງ ເມືອງ ສົບເບົາ ແລະ ຊຽງຄໍ້, ແຂວງຫົວພັນ ແລະ ອີກ 20 ໂຮງຮຽນເປົ້າໝາຍ ທີ່ເມືອງ ຄູນ, ແຂວງ ຊຽງຂວາງ ແລະ 60 ໂຮງຮຽນໃນ 8 ເມືອງ ຂອງ ນະຄອນຫຼວງວຽງຈັນ, ຄາດຄະເນຜູ້ໄດ້ຮັບຜົນປະໂຫຍດທັງໝົດ 20,000 ຄົນ ໃນຕະຫຼອດໄລຍະເວລາການຈັດຕັ້ງປະຕິບັດໂຄງການ.

.