ຂ່າວສານ

ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ

ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ແມ່ນໂຄງການ ທີ່ໄດ້ຮັບທຶນສະໜັບສະໜູນ ຈາກ #ສະຫະພາບເອີຣົບ ເຊິ່ງໄດ້ເຮັດວຽກຮ່ວມກັບພາກສ່ວນລັດຖະບານທີ່ກ່ຽວຂ້ອງ ທີ່ ເມືອງ ຊໍາເໜືອ ແລະ ເມືອງ ຫົວເມືອງ, ແຂວງ ຫົວພັນ ໂດຍຮ່ວມມືກັບ ສະມາຄົມຊ່ວຍເຫຼືອເດັກພິການ (ACDA), ແລະ ສະມາຄົມພັດທະນາທັກສະຊີວິດ (LSDA). ການຮ່ວມມືດັ່ງກ່າວນີ້, ແມ່ນເພື່ອເສີມຂະຫຍາຍບົດບາດ ແລະ ຄວາມສາມາດຂອງຄະນະການພັດທະນາການສຶກສາຂັ້ນບ້ານ ໂດຍການສົ່ງເສີມສິດທິມະນຸດຢູ່ ສປປ ລາວ.
ໂຄງການດັ່ງກ່າວນີ້ ໄດ້ສໍາເລັດການຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໃນໄລຍະ 2 ປີຜ່ານມາ (2020-2021) ຮ່ວມກັບ ຄະນະພັດທະນາການສຶກສາຂັ້ນບ້ານຈາກ 60 ບ້ານເປົ້າໝາຍ ທີ່ ເມືອງ ຊໍາເໜືອ ແລະ ເມືອງ ຫົວເມືອງ, ໂດຍສະເພາະແມ່ນສະພາບການສຶກສາຮຽນຂອງເດັກໃນຂັ້ນບ້ານ.
ພາຍຫຼັງສໍາເລັດການຈັດກອງປະຊຸມຖອດຖອນບົດຮຽນຮ່ວມກັບ ຄະນະພັດທະນາການສຶກສາໃນຂັ້ນບ້ານແລ້ວ ທີມງານຍັງໄດ້ນໍາເອົາຜົນກອງປະຊຸມຂື້ນມາລາຍງານໃນກອງປະຊຸມຖອດຖອນບົດຮຽນໃຫ້ກັບພາກລັດຂັ້ນແຂວງ ແຂວງຫົວພັນ ແລະ ເມືອງເປັນຕົ້ນ.