ຂ່າວສານ

ອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມກັບ ສະມາຄົມແສງສະຫວ່າງ ໄດ້ລົງຕິດຕາມກິດຈະກໍາ ແລະ ມອບອຸປະກອນສຳລັບກິດຈະກຳໂຄງການຂະໜາດນ້ອຍໃຫ້ແກ່ 4 ໂຮງຮຽນ ໃນແຂວງສະຫວັນນະເຂດ

ອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມກັບ ສະມາຄົມແສງສະຫວ່າງ ໄດ້ລົງຕິດຕາມກິດຈະກໍາ ແລະ ມອບອຸປະກອນສຳລັບກິດຈະກຳໂຄງການຂະໜາດນ້ອຍໃຫ້ແກ່ 4 ໂຮງຮຽນ ໃນແຂວງສະຫວັນນະເຂດ ພາຍໃຕ້ກິດຈະກໍາ “ການສ້າງຕາໜ່າງເຄືອຂ່າຍປົກປ້ອງເດັກ ແລະ ສົ່ງເສີມການມີສ່ວນຮ່ວມຂອງເດັກ ແລະ ໄວໜຸ່ມ” ເຊິ່ງລາຍລະອຽດມີດັ່ງນີ້:
01. ໂຮງຮຽນ ມສ ອຸທຸມພອນ ໄດ້ຈັດຕັ້ງກິດຈະກໍາ: “ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນໂຮງຮຽນ” ເພື່ອເປັນການຝຶກອົບຮົມໃຫ້ນັກຮຽນໄດ້ພັດທະນາທັກສະ, ສ້າງຄວາມເຂັ້ມແຂງ, ກ້າສະແດງອອກ, ເສີມສ້າງແນວຄິດສິ່ງໃໝ່ໃຫ້ມີແນວຄິດສ້າງສັນ ເພື່ອຫ່າງໄກຈາກສິ່ງເສບຕິດ, ການພະນັນ, ຫຼີ້ນກິນຟຸຍເຟືອຍ, ຫຼື ການຕິດເກມ.
02. ໂຮງຮຽນ ມສ ໜອງສະພັງ ໄດ້ຈັດຕັ້ງກິດຈະກໍາ: “ເພື່ອນຊ່ວຍເພື່ອນໃຫ້ຮຽນເກັ່ງ” ເພື່ອແກ້ໄຂບັນຫາການຂາດຮຽນ ໂດຍການຈັດການແຂ່ງຂັນກິລາ, ສິລະປະ ແລະ ຕອບຄໍາຖາມວິທະຍາສາດ ເພື່ອຊິງທຶນການສຶກສາພາຍໃນໂຮງຮຽນ.
03. ໂຮງຮຽນ ມສ ໂພນສະຫວັນ ໄດ້ຈັດຕັ້ງກິດຈະກໍາ: “STOP BULLYING” ເພື່ອໃຫ້ສັງຄົມໄດ້ເຂົ້າໃຈສິດທິເທົ່າທຽມກັນ ແລະ ຄວາມຫຼາກຫຼາຍທາງເພດ (LGBTQ+).
04. ໂຮງຮຽນ ມສ ບ້ານພີນ ໄດ້ຈັດຕັ້ງກິດຈະກໍາ: “ເອື້ອຍຊ່ວຍນ້ອງ, ນ້ອງຊ່ວຍເອື້ອຍ” ເພື່ອປ້ອງກັນການຖືພາກ່ອນໄວອັນຄວນ, ຮູ້ຜົນກະທົບ ແລະ ຫ່າງໄກຈາກສິ່ງເສບຕິດ, ແລະ ການສົ່ງເສີມໃນການປູກຜັກປອດສານພິດເພື່ອສຸຂະພາບ.
ໃນການສະໜັບສະໜູນກິດຈະກໍາໂຄງການຂະໜາດນ້ອຍໃນຄັ້ງນີ້ ເພື່ອໃຫ້ໄວໜຸ່ມໄດ້ເປັນຜູ້ລິເລີ່ມໃນການຈັດຕັ້ງປະຕິບັດກິດຈະກໍາຂອງຕົນເອງ ເປັນການພັດທະນາ ສະແຫວງຫາຄວາມຮູ້ໃໝ່ໆ ທີ່ເເທດເໝາະກັບບັນຫາທີ່ເປັນສິ່ງທ້າທາຍ ພ້ອມທັງຄົ້ນຄິດຫາວິທິການແກ້ໄຂຕ່າງໆ. ນອກຈາກນັ້ນ ຍັງສົ່ງຕໍ່ໃຫ້ໝູ່ເພື່ອນ ແລະ ເຮັດໃຫ້ເກີດຜົນປະໂຫຍດສູງສຸດພາຍໃນໂຮງຮຽນ ແລະ ຊຸມຊົນ. ໂຄງການດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP)

#ANCP program. This is #AustralianAid at work in Laos!