ຂ່າວສານ

ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມແນະນຳໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ເມື່ອບໍ່ດົນທີ່ຜ່ານມາ, ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມແນະນຳໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL). ໂຄງການນີ້ຈະຈັດຕັ້ງປະຕິບັດຢູ່ທີ່ ເມືອງ ສົບເບົາ, ແຂວງຫົວພັນ.

ເຊິ່ງກອງປະຊຸມດັ່ງກ່າວ, ແມ່ນໄດ້ປຶກສາຫາລືກ່ຽວກັບ ພາລະບົດບາດ, ປະສົບການ, ໜ້າທີ່ການເຮັດວຽກ ແລະ ນະໂຍບາຍຂອງ ອົງການຊາຍຟັນ ແລະ ສະມາຄົມເພື່ອຊ່ວຍເຫຼືອເດັກນ້ອຍພິການ (ACDA) ແລະ ໄດ້ຈັດຂື້ນທີ່ ເມືອງສົບເບົາ, ແຂວງຫົວພັນ.

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ແມ່ນຮ່ວມມືກັບຫລາຍພາກສ່ວນ ເຊັ່ນ: ລັດຖະບານ, ສະມາຄົມເພື່ອຊ່ວຍເຫຼືອເດັກນ້ອຍພິການ, ຜູ້ບໍລິຫານໂຮງຮຽນ ແລະ ຄູອາຈານ ເພື່ອທີ່ຈະປັບປຸງວຽກງານການສຶກສາຮຽນຮ່ວມ ແລະ ພັດທະນາຂີດຄວາມສາມາດໃນການວາງແຜນ, ການລົງຕິດຕາມ ແລະ ການຊຸກຍູ້ຊ່ວຍເຫຼືອ ເພື່ອຮັບປະກັນດ້ານຄຸນນະພາບຂອງວຽກງານການສຶກສາຮຽນຮ່ວມ.

ໂຄງການຍັງສົ່ງເສີມໃຫ້ ແມ່, ພໍ່ ແລະ ຜູ້ເບິ່ງແຍງເດັກ ມີການປະກອບສ່ວນໃນວຽກງານສຶກສາຮຽນຮ່ວມ ໂດຍການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃນການຮຽນຮູ້ຂອງນັກຮຽນໝົດທຸກຄົນ, ລວມທັງເດັກພິການ.

.