ຂ່າວສານ

ອົງການຊາຍຟັນປະຈຳ ສປປ ລາວໄດ້ຈັດງານສຳມະນາອອນລາຍ ເພື່ອສະເຫຼີມສະຫຼອງວັນນັກຮຽນໂລກ 2021

ໃນວັນທີ 15 ຕຸລາ 2021, ອົງການຊາຍຟັນປະຈຳ ສປປ ລາວໄດ້ຈັດງານສຳມະນາອອນລາຍ ເພື່ອສະເຫຼີມສະຫຼອງວັນນັກຮຽນໂລກ 2021.

ໃນງານດັ່ງກ່ວມີຫລາຍພາກສ່ວນທີ່ກ່ຽວຂອງໄດ້ໃຫ້ກຽດເຂົ້າຮ່ວມໄດ້ແກ່ ຄູ່ຮ່ວມງານພາກລັດ, ພະແນກກະຊວງການສຶກສາ ແລະ ກິລາ, ຫ້ອງການສຶກສາ ແລະ ກິລາ ເມືອງ, ແຂວງ ຂອງແຂວງຫົວພັນ, ຊຽງຂວາງ ແລະ ອົງການຢູນິເຊບ ປະຈຳ ສປປ ລາວ.

ທ່ານ ບິຈູ ອັບຣາຮາມ, ຫົວໜ້າອົງການຊາຍຟັນປະຈໍາ ສປປ ລາວ ໄດ້ກ່າວວ່າ: “ວັນນັກຮຽນໂລກ ໄດ້ມີການສະເຫຼີມສະຫຼອງທຸກປີ ເນື່ອງໃນວັນຄ້າຍວັນເກີດຂອງອະດີດປະທານາທິບໍດີປະເທດອິນເດຍ APJ Abdul Kalam ໃນວັນທີ 15 ເດືອນ ຕຸລາ ການພັດທະນາການສຶກສາບໍ່ພຽງແຕ່ຕໍ່ກັບສັງຄົມອິນເດຍເທົ່ານັ້ນແຕ່ເປັນຂອງ ນັກຮຽນນັກສຶກສາທົ່ວໂລກ. ໃນໂອກາດນີ້, ອົງການຊາຍຟັນປະຈຳ ສປປ ລາວ ຢາກໃຫ້ມີການສົນທະນາການຮ່ວມມືກັນເພື່ອນໍາເອົາເລື່ອງລາວຕ່າງໆທີ່ໄດ້ຈາກ ຜົນການຄົ້ນຄວ້າຂອງໂຄງການ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ (SABEL), ນຳມາສົນທະນາເພື່ອໃຫ້ໄດ້ຟັງສຽງຈາກນັກຮຽນ, ຄູອາຈານ, ຄູ່ຮ່ວມງານພັດທະນາ ແລະ ບັນດາກະຊວງຈາກພາກລັດ ໂດຍສະເພາະຈາກກະຊວງສຶກສາທິການ ແລະ ກິລາ.”

ຈຸດປະສົງໃນການຈັດງານນີ້ເພື່ອການນໍາສະເໜີຜົນຂອງການປະເມີນທ້າຍໂຄງການ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ (SABEL), ຮັບຟັງການແບ່ງປັນປະສົບການ ການຮຽນອອນໄລຂອງໄວໜຸ່ມ, ການສຶກສາຮຽນຮ່ວມ ທັງຮັບຟັງຄໍາແນະນໍາຂອງລັດຖະບານ ເພື່ອແບ່ງປັນຜົນການຄົ້ນຄວ້າກ່ຽວກັບການພັດທະນາການຮູ້ໜັງສືຂອງນັກຮຽນ, ການປະຕິບັດການສອນຂອງຄູ, ແລະ ການສະໜັບສະໜູນຂອງພໍ່ແມ່ນັກຮຽນອີກດ້ວຍ.

.