ຂ່າວສານ

ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມປຶກສາຫາລືໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL). ໂຄງການນີ້ຈະຈັດຕັ້ງປະຕິບັດຢູ່ທີ່ ເມືອງສົບເບົາ, ແຂວງຫົວພັນ. ເຊິ່ງກອງປະຊຸມດັ່ງກ່າວນີ້ໄດ້ຈັດຂື້ນທີ່ ເມືອງຊຳເໜືອ, ແຂວງຫົວພັນ

ເມື່ອບໍ່ດົນທີ່ຜ່ານມາ, ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມປຶກສາຫາລືໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL). ໂຄງການນີ້ຈະຈັດຕັ້ງປະຕິບັດຢູ່ທີ່ ເມືອງສົບເບົາ, ແຂວງຫົວພັນ. ເຊິ່ງກອງປະຊຸມດັ່ງກ່າວນີ້ໄດ້ຈັດຂື້ນທີ່ ເມືອງຊຳເໜືອ, ແຂວງຫົວພັນ.

BOIL ແມ່ນໂຄງການທີ່ຮ່ວມມືກັບຫລາຍພາກສ່ວນ ເຊັ່ນ: ລັດຖະບານ, ສະມາຄົມເພື່ອຊ່ວຍເຫຼືອເດັກນ້ອຍພິການ (ACDA), ຜູ້ບໍລິຫານໂຮງຮຽນ ແລະ ຄູອາຈານ ເພື່ອທີ່ຈະປັບປຸງວຽກງານການສຶກສາຮຽນຮ່ວມ. ພັດທະນາຂີດຄວາມສາມາດໃນການວາງແຜນ, ການລົງຕິດຕາມ ແລະ ການຊຸກຍູ້ຊ່ວຍເຫຼືອ ເພື່ອຮັບປະກັນດ້ານຄຸນນະພາບຂອງວຽກງານການສຶກສາຮຽນຮ່ວມ.

ຄງການຍັງສົ່ງເສີມໃຫ້ ແມ່, ພໍ່ ແລະ ຜູ້ເບິ່ງແຍງເດັກ ມີການປະກອບສ່ວນໃນວຽກງານສຶກສາຮຽນຮ່ວມ, ສ້າງຄຸນນະພາບ ແລະ ສະພາບແວດລ້ອມທີ່ເອື້ອຍອຳນວຍໃນການຮຽນຮູ້ຂອງນັກຮຽນໝົດທຸກຄົນ, ລວມທັງເດັກພິການ.

 .