ວິດີໂອ2023-08-21T11:01:40+07:00

ຂ່າວສານ

ວິດີໂອນຳສະເໜີຂະບວນການສ້າງ ຜະດຸງຄັນ, ພະຍາບານ, ແພດ, ໝໍ ໃຫ້ກາຍເປັນຄູຝຶກ ວິທີການຊ່ວຍເກີດລູກແບບປອດໄພ

ວິດີໂອນຳສະເໜີຂະບວນການສ້າງ ຜະດຸງຄັນ, ພະຍາບານ, ແພດ, ໝໍ ໃຫ້ກາຍເປັນຄູຝຶກ ວິທີການຊ່ວຍເກີດລູກແບບປອດໄພ ວິດີໂອນຳສະເໜີຂະບວນການສ້າງ ຜະດຸງຄັນ, ພະຍາບານ, ແພດ, ໝໍ ໃຫ້ກາຍເປັນຄູຝຶກ ວິທີການຊ່ວຍເກີດລູກແບບປອດໄພ, ໂດຍການນຳໃຊ້ຮູບແບບ Mentorship, ແມ່ນໄດ້ໂຮມເອົາວິທີການເຮັດວຽກຂອງຄູຝຶກ, ການສິດສອນແບບແລກປ່ຽນເພື່ອນຊ່ວຍເພື່ອນ, ການເຮັດວຽກແບບຄຽງຂ້າງ, ການຝືກປະຕິບັດຕົວຈິງໃນຮຸ່ນທົດລອງ ມາມານາຕະລີ ກັບແມ່ເກີດລູກຕົວຈິງ. ກິດຈະກຳເຫຼົ່ານີ້ ດຳເນີນພາຍໃຕ້ໂຄງການຮ່ວມມືປັບປຸງດ້ານໂພຊະນາການ (SCALING) ພາຍໃຕ້ການສະໜັບສະໜູນທຶນຈາກ #ສະຫະພາບເອີຣົບ. :https://www.facebook.com/CCLVientiane

By |December 11th, 2021|

ສຸກສັນວັນຄົນພິການສາກົນ  

ສຸກສັນວັນຄົນພິການສາກົນ ມື້ນີ້ ແມ່ນວັນຄົນພິການສາກົນ! ເປັນມື້ທີ່ສົ່ງເສີມສິດທິ ແລະ ຄວາມເປັນຢູ່ທີ່ດີຂອງຄົນພິການ. ພວກເຮົາມາຮ່ວມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ່ ໂດຍການຮັບຟັງສຽງຈາກເຂົາເຈົ້າ. “ຫຼານມີບັນຫາກ່ຽວກັບຂາ ຫຼານຍ່າງໄປໂຮງຮຽນລຳບາກ, ຢາກໃຫ້ໂຮງຮຽນມີສິ່ງອຳນວຍຄວາມສະດວກເຊັ່ນ ມີຫ້ອງນ້ຳ, ມີນ້ຳໃຊ້ ແລະ ມີເຄື່ອງຫລິ້ນໃຫ້ພວກຫຼານສຳຫລັບເດັກທີ່ມີຄວາມເປັນພິການໄດ້ຫຼິ້ນ” - ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ #ສຸກສັນວັນຄົນພິການສາກົນ   .

By |December 3rd, 2021|

ວັນຄົນພິການສາກົນ

ວັນຄົນພິການສາກົນ International Day of Persons with Disabilities ມື້ນີ້ #ແມ່ນວັນຄົນພິການສາກົນ! ພວກເຮົາທຸກໆຄົນສາມາດສ້າງສະພາບແວດລ້ອມທີ່ປອດໄພ ແລະ ເປັນມິດໃຫ້ແກ່ຄົນພິການ ເປັນບ່ອນທີ່ປາສະຈາກການແບ່ງແຍກໃນສັງຄົມ ເພື່ອໃຫ້ເຂົາເຈົ້າສາມາດໃຊ້ສິດທິຂອງເຂົາເຈົ້າ ແລະ ໄດ້ເຕີບໃຫຍ່ຢ່າງເຕັມທີ່. ມາຮ່ວມກັນສ້າງສັງຄົມທີ່ເຮັດໃຫ້ຄົນພິການສາມາດເຂົ້າເຖິງສິດທິທີ່ເທົ່າທຽມໃນດ້ານການສຶກສາ, ການເຮັດວຽກ, ສະຖານທີ່ບໍລິການດ້ານທາລະນະສຸກ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການອື່ນໆ. #ສຸກສັນວັນຄົນພິການສາກົນ #HappyInternationalDayofPeoplewithDisability European Union in Laos #AidsforChildrenwithDisabilityAssociation #LifeSkillDevelopmentAssociation

By |December 3rd, 2021|

Promoting Accountability and Education Rights (PAER) Project

Promoting Accountability and Education Rights (PAER) Project ເພື່ອໃຫ້ເເດັກສາມາດເຂົ້າເຖິງການຮຽນຮູ້, ເດັກຕ້ອງໄດ້ຮັບສະພາບແວດລ້ອມທີ່ເປັນມິດ ແລະ ເໝາະສົມ ແລະ ເພື່ອໃຫ້ເປັນບ່ອນທີ່ສາມາດຄິດໄດ້, ເດັກຕ້ອງໄດ້ຮັບໂອກາດທີ່ຈະແບ່ງປັນແນວຄວາມຄິດ ແລະ ລວມທັງເດັກຜູ້ທີ່ພິການ ກໍ່ສາມາດເຂົ້າຮ່ວມໃນການວາງແຜນ ແລະ ການຕັດສິນໃຈຂອງແຜນພັດທະນາການສຶກສາຂອງໂຮງຮຽນ ເພື່ອຈະຊ່ວຍໃຫ້ເດັກສາມາດສະແດງຄວາມຄິດເຫັນຂອງເຂົາເຈົ້າກ່ຽວກັບກິດຈະກໍາຂອງການຮຽນຮູ້, ປື້ມແບບຮຽນ, ແລະ ວິທີການສິດສອນຕ່າງໆ. ການສຶກສາ ແມ່ນຄວາມໝາຍໝັ້ນຂອງພວກເຮົາຕໍ່ກັບເດັກທຸກຄົນ. ໂດຍຜ່ານວຽກງານຂອງພວກເຮົາກັບຄູ່ຮ່ວມງານທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທາງສັງຄົມ, ພວກເຮົາ, ອົງການຊາຍຟັນ ປະຈຳ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການການສຶກສາ ທີ່ພະຍາຍາມສ້າງສະພາບແວດລ້ອມທີ່ເປັນມິດກັບເດັກທຸກຄົນໃນການເຂົ້າເຖິງການສຶກສາ ເພື່ອໃຫ້ເຂົາເຈົ້າສາມາດສ້າງອະນາຄົດຂອງເຂົາເຈົ້າເອງ. [...]

By |December 1st, 2021|

ເຊີນຮັບຊົມວິດີໂອ “ວັນເດັກໂລກ 2021” Let’s enjoy the World Children’s Day 2021

ເຊີນຮັບຊົມວິດີໂອ “ວັນເດັກໂລກ 2021” Let’s enjoy the World Children’s Day 2021 ເຊີນຮັບຊົມວິດີໂອ “ວັນເດັກໂລກ 2021” ຈາກອົງການຊາຍຟັນປະຈຳ ສປປ ລາວ. “ເດັກນ້ອຍ ແມ່ນຊັບພະຍາກອນທີ່ມີຄຸນຄ່າທີ່ສຸດຂອງໂລກ ແລະ ເປັນຄວາມຫວັງທີ່ດີທີ່ສຸດສຳຫລັບອະນາຄົດ.” - ຈອນ ເຄນເນດີ້. #worldchildrensday #worldchildrensday2021 #ຄຊກມດ #ສພສLSDA #PestozziChildrensFoundation #Sengsavang #USAIDOkardໂອກາດ #ຮສສ #ສະມາຄົມສົ່ງເສີມທັກສະຊີວິດເດັກນ້ອຍAPREN #Enfantdsasie #ChildFundKorea [...]

By |November 22nd, 2021|

ສຸກສັນວັນເດັກໂລກ 2021

ສຸກສັນວັນເດັກໂລກ 2021 Happy World Children's Day #ສຸກສັນວັນເດັກໂລກ 2021! ມາຮ່ວມກັນສ້າງໂລກທີ່ໜ້າຢູ່ໃຫ້ເດັກນ້ອຍ ແລະ ໃຫ້ພວກເຮົາທຸກໆຄົນ. ເຊີນຮັບຊົມວິດີໂອເນື່ອງໃນໂອກາດວັນເດັກໂລກ ປະຈຳປີ 2021 ໂດຍຜູ້ໃຫ້ທຶນ, ຄູ່ຮ່ວມງານພາກລັດ ແລະ ເຄືອຂ່າຍສິດທິເດັກລາວ. #HappyWorldChildrensDay! #ຄຊກມດ #ສພສLSDA #PestozziChildrensFoundation #USAIDOkardໂອກາດ #ຮສສ #ສະມາຄົມສົ່ງເສີມທັກສະຊີວິດເດັກນ້ອຍAPREN #Enfantdsasie #ChildFundKorea

By |November 22nd, 2021|