ວັນນ້ຳໂລກ 2023

 

ນຳ້ແມ່ນສິ່ງທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ. ພວກເຮົາໃຊ້ນຳ້ເພື່ອດື່ມ, ແຕ່ງກິນ, ຊຳລະລ້າງ, ແລະ ອື່ນໆ. ຈະເກີດຫຍັງຂຶ້ນ ຖ້າຫາກແຫຼ່ງນຳ້ເຫຼົ່ານັ້ນຖືກປະປົນໄປດ້ວຍຂີ້ເຫຍື້ອ ແລະ ສານເຄມີ ທີ່ເກີດຂຶ້ນຈາກມະນຸດ? ແນ່ນອນວ່າ ມັນຈະສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ແຫຼ່ງນຳ້ ແລະ ຜົນກະທົບດັ່ງກ່າວນີ້ ຍັງຖືກສົ່ງຕໍ່ໄປສູ່ ຄົນ, ສັດ, ແລະ ທຳມະຊາດທີ່ສວຍງາມຂອງພວກເຮົາ. ດັ່ງນັ້ນ, ອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມກັບ ສະຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ ໄດ້ຮ່ວມກັນສ້າງວິດີໂອນີ້ເພື່ອສົ່ງເສີມໃຫ້ທຸກຄົນເຫັນໄດ້ເຖິງຄວາມສຳຄັນຂອງແຫຼ່ງນຳ້ ແລະ ເພື່ອສົ່ງເສີມໃຫ້ທຸກໆຄົນຮ່ວມໃຈກັນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ ເພື່ອເຮັດໃຫ້ແມ່ນໍ້າທຸກສາຍເປັນແມ່ນໍ້າທີ່ສະອາດ ແລະ ປອດໄພ ຕໍ່ການຊົມໃຊ້ຂອງຄົນ ແລະ ສັດ ຕະຫຼອດໄປ. ສຸກສັນວັນນ້ຳໂລກ 2023! ມາຮ່ວມສະແດງຄຳຄິດເຫັນນຳກັນ ວ່າທ່ານມີວິທີການແນວໃດ ໃນການປົກປັກຮັກສາແຫຼ່ງນຳ້ທຳມະຊາດ.