ຂ່າວສານ

ມອບອຸປະກອນການຊ່ວຍເຫຼືອຄົນພິການ

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL), ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມຊ່ວຍເຫຼືອເດັກນ້ອຍພິການ (ACDA) ໄດ້ມອບອຸປະກອນການຊ່ວຍເຫຼືອຄົນພິການເຊັ່ນ: ລໍ້ເລື່ອນ, ໄມ້ຄຳ້ຍ່າງແບບ 4 ຂາ ແລະ ໄມ້ຄຳ້ຍ່າງແບບຄູ່ ໃຫ້ປະຊາຊົນໃນບ້ານເປົ້າໝາຍຂອງໂຄງການຈຳນວນ 14 ຄົນ, ເພື່ອຮັບປະກັນວ່າເຂົາເຈົ້າສາມາດຊ່ວຍເຫຼືອຕົວເອງໄດ້ຫລາຍຂື້ນ.
ໂຄງການສົ່ງເສີມການສຶກສາຮຽນຮ່ວມມີຈຸດປະສົງເພື່ອສ້າງຂີດຄວາມສາມາດໃຫ້ໂຮງຮຽນ ແລະ ຄູເພື່ອສ້າງສະພາບ ແວດລ້ອມການຮຽນທີ່ມີຄຸນນະພາບໃຫ້ແກ່ເດັກຍິງ ແລະ ເດັກຊາຍທີ່ມີຄວາມຕ້ອງການການຮຽນທີ່ແຕກຕ່າງກັນລວມທັງເດັກນ້ອຍພິການ.

ນອກຈາກນັ້ນ, ອົງການຊາຍຟັນ ແລະ ຄູ່ຮ່ວມງານ ຍັງຈະເຮັດວຽກຮ່ວມກັບພໍ່ແມ່, ຜູ້ດູແລ, ຄູ, ແລະ ຜູ້ນໍາຊຸມຊົນ ເພື່ອວາງແຜນ, ຕິດຕາມກວດກາ, ແລະ ສະໜັບສະໜູນການສຶກສາຮຽນຮ່ວມໃຫ້ມີຄຸນນະພາບຢູ່ໃນ ສປປ ລາວ ນຳອີກ.

.