ຂ່າວສານ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ແມ່ນໂຄງການທີ່ຮ່ວມມືກັບຫຼາຍພາກສ່ວນ ຈຸດປະສົງເພື່ອ ເປັນການເສີມຂະຫຍາຍໃຫ້ເດັກນ້ອຍພິການໄດ້ເຂົ້າເຖິງການສຶກສາ. ໃນວັນທີ 13 ສິງຫາ 2021, ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງ ຫົວພັນ, ທ່ານ ເຄນທະນູ ພຸດທະວົງສາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ບິຈູ ອັບຣາຮາມ, ຫົວໜ້າອົງການຊາຍຟັນປະຈໍາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ທີ່ຈັດຕັ້ງປະຕິບັດ ຢູ່ ເມືອງ ສົບເບົາ, ແຂວງ ຫົວພັນ, ສປປ ລາວ.

ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະແມ່ນ ສູນການສຶກສາຮຽນຮ່ວມ, ໂຄງການຮ່ວມມືກັບອົງການຈັດຕັ້ງສາກົນຂອງລັດຖະບານອົດສະຕຣາລີ (ANCP) ແລະ ສະມາຄົມຊ່ວຍເຫຼືອເດັກນ້ອຍພິການ (ACDA) ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ເຊິ່ງເປັນໂຄງການໄລຍະ 3 ປີ ທີ່ມີເປົ້າໝາຍເພື່ອເຮັດວຽກຮ່ວມກັບບັນດາຄູ, ພະນັກງານດ້ານການສຶກສາ, ເດັກນ້ອຍພິການ ແລະ ຄອບຄົວຂອງເຂົາ, ແລະ ຊຸມຊົນທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່າ ໂຮງຮຽນມີຄວາມຮູ້, ມີບຸກຄະລາກອນ ແລະ ໂຄງສ້າງທີ່ເຂົາເຈົ້າຕ້ອງການ ເພື່ອໃຫ້ເດັກຍິງ, ເດັກຊາຍ ລວມທັງເດັກນ້ອຍພິການ ໄດ້ເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບ. ໂຄງການນີ້ຍັງໄດ້ສ້າງສະພາບແວດລ້ອມດີຈີຕ້ອນໃຫ້ເດັກນ້ອຍພິ ການ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາໄດ້ຫຼາຍຮູບແບບ ແລະ ມີຄວາມປອດໄພໃນການໃຊ້ສື່ທາງອອນໄລນ໌.

ທ່ານ ບິຈູ ອັບຣາຮາມ, ຫົວໜ້າອົງການຊາຍຟັນປະຈໍາ ສປປ ລາວ ໄດ້ກ່າວວ່າ: “ເດັກນ້ອຍພິການແມ່ນໜຶ່ງໃນກຸ່ມຄົນທີ່ຂາດໂອກາດ ແລະ ຍັງບໍ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງເທົ່າທີ່ຄວນ. ການແຜ່ລະບາດຂອງພະຍາດ ໂຄວິດ-19 ອາດຈະເຮັດໃຫ້ເຂົາເຈົ້າມີຄວາມສ່ຽງຫຼາຍຂຶ້ນຍ້ອນວ່າ ເຂົາເຈົ້າອາດຈະຕ້ອງປະເຊີນກັບການຢູ່ໂດດດ່ຽວ, ການຖືກກີດກັ້ນ, ການເຂົ້າເຖິງການບໍລິການດ້ານການແພດທີ່ໜ້ອຍລົງ, ແລະ ອາດມີຄວາມສ່ຽງຕໍ່ການຖືກເອົາປຽບຫຼາຍຂຶ້ນ. ໂຄງການສົ່ງເສີມການສຶກສາຮຽນຮ່ວມ ຫຼື BOIL ຈະຮັບປະກັນການລວມເອົາ ເດັກນ້ອຍພິການເຂົ້າໃນລະບົບການສຶກສາເພື່ອທີ່ເຂົາເຈົ້າຈະໄດ້ຮັບການສຶກສາຢ່າງເທົ່າທຽມກັນ, ພວກເຂົາຈະບໍ່ຖືກ ປະປ່ອຍໄວ້ຢູ່ເບື້ອງຫຼັງ.”

ໂຄງການສົ່ງເສີມການສຶກສາຮຽນຮ່ວມມີຈຸດປະສົງເພື່ອສ້າງຂີດຄວາມສາມາດໃຫ້ໂຮງຮຽນ ແລະ ຄູເພື່ອສ້າງສະພາບ ແວດລ້ອມການຮຽນທີ່ມີຄຸນນະພາບໃຫ້ແກ່ເດັກຍິງ ແລະ ເດັກຊາຍທີ່ມີຄວາມຕ້ອງການການຮຽນທີ່ແຕກຕ່າງກັນລວມທັງເດັກນ້ອຍພິການ. ນອກຈາກນັ້ນ, ອົງການຊາຍຟັນ ແລະ ຄູ່ຮ່ວມງານ ຍັງຈະເຮັດວຽກຮ່ວມກັບພໍ່ແມ່, ຜູ້ດູແລ, ຄູ, ແລະ ຜູ້ນໍາຊຸມຊົນ ເພື່ອວາງແຜນ, ຕິດຕາມກວດກາ, ແລະ ສະໜັບສະໜູນການສຶກສາຮຽນຮ່ວມໃຫ້ມີຄຸນນະພາບຢູ່ໃນ ສປປ ລາວ ນຳອີກ.

.