ຂ່າວສານ

ຝຶກອົບຮົມຮ່າງຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດຖະຍົມສຶກສາ ຂື້ນທີ່ ເມືອງ ພູຟ້າ, ແຂວງ ຜົ້ງສາລີ.

ໂຄງການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໂດຍການຮ່ວມມືລະຫວ່າງ ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຄກມດ ແຂວງ ຜົ້ງສາລີ ໄດ້ຈັດຝຶກອົບຮົບຮ່າງຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດຖະຍົມສຶກສາ ຂື້ນທີ່ ເມືອງ ພູຟ້າ, ແຂວງ ຜົ້ງສາລີ.

ໃນຊຸດຝຶກອົບຮົມດັ່ງກ່າວ, ນອກຈາກຈະໄດ້ຮຽນຮູ້ວຽກງານປົກປ້ອງເດັກ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ລວມທັງ ກອງເລຂາ ຄຊກມດ ແລະ ຄກມດ ແຂວງ ຊຽງຜົ້ງາສາລີແລ້ວ, ຍັງໄດ້ຮັບຟັງຄວາມຄິດເຫັນຂອງບັນດາຂະແໜງການໃນວຽກງານປົກປ້ອງເດັກໃນຂັ້ນເມືອງ ຈາກ ເມືອງ ຜົ້ງສາລີ ແລະ ເມືອງພູຟ້າ.

ນອກຈາກນັ້ນ, ບັນດາຄູອາຈານ ແລະ ນ້ອງນັກຮຽນ ຈາກ ມສ. ຜົ້ງສາລີ ແລະ ມສ. ພູຟ້າ ທີ່ເຂົ້າຮ່ວມ ຍັງໄດ້ສະແດງຄວາມຄິດເຫັນ, ວິໄສທັດ ແລະ ສັກກະຍະພາບໃນການແກ້ໄຂບັນຫາຕ່າງໆກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ເດັກພາຍໃນໂຮງຮຽນ ແລະ ໃນຊຸມຊົນທີ່ເຂົາເຈົ້າກຳລັງພົບເຫັນຢູ່ໃນປະຈຸບັນ.