ຂ່າວສານ

ຝຶກອົບຮົມຫົວຂໍ້ສິດທິເດັກ ໃຫ້ແກ່ 2 ໂຮງຮຽນຄື: ມສ ບຸນເໜືອ ແລະ ມສ ພູຟ້າ ແຂວງຜົ້ງສາລີ.

ໃນເດືອນທີ່ຜ່ານມາ, ໂຄງການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໂດຍການຮ່ວມມືລະຫວ່າງ ອົງການຊາຍຟັນ ປະຈໍາ ສປປ ລາວ ແລະ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ແລະເດັກ ແລະ ໄດ້ສໍາເລັດການຝຶກອົບຮົມຫົວຂໍ້ສິດທິເດັກ ໃຫ້ແກ່ 2 ໂຮງຮຽນຄື: ມສ ບຸນເໜືອ ແລະ ມສ ພູຟ້າ ແຂວງຜົ້ງສາລີ.

ໂດຍມີຜູ້ເຂົ້າຮ່ວມຈາກພາກ ສ່ວນທີ່ກ້ຽວຂ້ອງເຊັ່ນ: ຄູອາຈານ, ນັກຮຽນ, ບັນດາພະນັກງານ ຂັ້ນແຂວງ ແລະ ຂັ້ນເມືອງ ຈາກ ຄກມດ ແຂວງຜົ້ງສາລີ, ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພະແນກຍຸຕິທຳແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຜົ້ງສາລີ ເຊິ່ງການຝຶກອົບຮົມຫົວຂໍ້ສິດທິເດັກໃນຄັ້ງນີ້ແມ່ນ ໄດ້ເສີມສ້າງຄວາມຮູ້ພຶ້ນຖານກ່ຽວກັບສິດທິເດັກ ໃຫ້ແກ່ນັກຮຽນໃນ 2 ເມືອງເປົ້າໝາຍ ແລະ ທີ່ສໍາຄັນເດັກໃຫ້ຄວາມສົນໃຈຕໍ່ຫົວຂໍ້ສິດທິເດັກເປັນຈໍານວນຫຼາຍ ສະແດງອອກເຖີງການມີສ່ວນຮ່ວມ ແລະ ການປະກອບຄໍາເຫັນໃນກິດຈະກໍາຢ່າງມ່ວນຊື່ນ.

.