ຂ່າວສານ

ຜົນສໍາເລັດການຝຶກອົບຮົມຄວາມຮັບຜິດຊອບຕໍ່ຊຸມຊົນ ແລະ ການນໍາໃຊ້ແທັບເລດເຂົ້າໃນການຕິດຕາມຊຸກຍູ້-ລາຍງານຄວາມຄືບໜ້າຂອງແຜນພັດທະນາການສຶກສາ

ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜູນ ຈາກ #ສະຫະພາບເອີຣົບ ຊຶ່ງໄດ້ເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ຫ້ອງການສຶກສາ ແລະ ກິລາເມືອງ ຫົວເມືອງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຊໍາເໜືອ, ສະມາຄົມຊ່ວຍເຫຼືອເດັກພິການ (ACDA), ແລະ ສະມາຄົມພັດທະນາທັກສະຊີວິດ (LSDA) ໄດ້ສໍາເລັດການຝຶກອົບຮົມຄວາມຮັບຜິດຊອບຕໍ່ຊຸມຊົນ ແລະ ການນໍາໃຊ້ແທັບເລດເຂົ້າໃນການຕິດຕາມຊຸກຍູ້-ລາຍງານຄວາມຄືບໜ້າຂອງແຜນພັດທະນາການສຶກສາໃນຂັ້ນບ້ານໃຫ້ແກ່ກຸ່ມຄະນະພັດທະນາການສຶກສາຂັ້ນບ້ານ, ກຸ່ມອົງການຈັດຕັ້ງທາງສັງຄົມໃນຂັ້ນບ້ານຢູ່ບ້ານເປົ້າໝາຍໃນ ເມືອງ ຊໍາເໜືອ, ແຂວງ ຫົວພັນ.