ຂ່າວສານ

ຕິດຕາມການຈັດຕັ້ງປະຕິບັດກິດຈະກຳໂຄງການ ແລະ ຮັບຟັງລາຍງານຜົນປະໂຫຍດທີ່ປະຊາຊົນໃນບ້ານຕະບົງໄດ້ຮັບ.

ໃນວັນທີ 17 ມັງກອນ 2023 ທີ່ຜ່ານມາ ທ່ານ. ມັດຕິພົບ ດວງມີໄຊ, ຮັກສາການຫົວໜ້າອົງການຊາຍຟັນ ປະຈຳ ສປປ ລາວ – ຝ່າຍບໍລິຫານ ພ້ອມທັງຕາງໜ້າຈາກກະຊວງສາທາລະນະສຸກ, ພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງ, ແລະ ທີມງານໂຄງການຈາກອົງການຊາຍຟັນ ປະຈຳ ສປປ ລາວ ໄດ້ເດີນທາງໄປທີ່ ບ້ານ ຕະບົງ, ເມືອງ ຊຳເໜືອ, ແຂວງ ຫົວພັນ ເພື່ອຕິດຕາມການຈັດຕັ້ງປະຕິບັດກິດຈະກຳໂຄງການ ແລະ ຮັບຟັງລາຍງານຜົນປະໂຫຍດທີ່ປະຊາຊົນໃນບ້ານຕະບົງໄດ້ຮັບ.
ບ້ານຕະບົງເຄີຍພົບພໍ້ກັບສິ່ງທ້າຍທາຍໃນຫຼາຍໆຢ່າງໃນເມື່ອກ່ອນ ເຊັ່ນ: ມີແມ່ມານຈຳນວນໜ້ອຍທີ່ໄປຝາກທ້ອງຢູ່ໂຮງໝໍ, ເກີດລູກຢູ່ເຮືອນ, ຂະລຳຂອງກິນ, ແລະ ລ້ຽງລູກດ້ວຍນົມແມ່ຢ່າງດຽວໄດ້ພຽງແຕ່ 2-3 ເດືອນເທົ່ານັ້ນ, ເມື່ອອາຍຸເດັກຮອດ 4 ເດືອນແມ່ນເລີ່ມໃຫ້ກິນອາຫານອື່ນແລ້ວ ເຮັດໃຫ້ມີເດັກຕົກຢູ່ໃນພາວະເຕ້ຍຫຼາຍ (ຍ້ອນຂາດສານອາຫານ); ວິດຖ່າຍກໍຍັງມີຈຳນວນໜ້ອຍ ມີພຽງແຕ່ 30% ຂອງຈໍານວນຄົວເຮືອນທັງໝົດ; ປະຊາຊົນຖິ້ມຂີ້ເຫຍື້ອຊະຊາຍ ແລະ ຂາດຄວາມຮູ້ດ້ານສຸຂະອະນາໄມ; ເດັກນ້ອຍອອກໂຮງຮຽນກາງປີ ແລະ ຄອບຄົວບໍ່ມີການສົ່ງເສີມໃຫ້ລູກຫຼານໄປໂຮງຮຽນ.
ພາຍຫຼັງທີ່ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ໄດ້ເລີ່ມເຂົ້າມາເຮັດກິດຈະກຳການສື່ສານເພື່ອການປ່ຽນແປງພຶດຕິກຳສັງຄົມ ເຫັນໄດ້ວ່າ ມີຫຼາຍຢ່າງທີ່ປ່ຽນແປງໄປໃນທາງທີ່ດີຂຶ້ນ ເຊັ່ນ: ແມ່ມານໄປຝາກທ້ອງ ແລະ ເກີດລູກຢູ່ໂຮງໝໍຫຼາຍຂື້ນ; ປະຊາຊົນໄດ້ມີການກໍ່ສ້າງວິດຖ່າຍຄົວເຮືອນໄດ້ 100% ແລະ ໄດ້ຖືກປະກາດເປັນບ້ານສາທາລະນະສຸກແບບຢ່າງ; ມີການອະນາໄມລວມບ້ານ ແລະ ຄົວເຮືອນ 4 ຄັ້ງຕໍ່ເດືອນ; ພໍ່-ແມ່ ໄດ້ຕິດຕາມການຮຽນຂອງລູກ, ເດັກນ້ອຍໄດ້ໄປໂຮງຮຽນທຸກຄົນ ແລະ ມີການພົວພັນກັນ ລະຫວ່າງ ໂຮງຮຽນ ແລະ ຊຸມຊົນຫຼາຍຂຶ້ນ.
ນອກຈາກຮັບຟັງການລາຍງານແລ້ວ, ທາງຄະນະກໍ່ໄດ້ໄປຕິດຕາມຢ້ຽມຢາມຄອບຄົວແມ່ 1000 ວັນ, ກິດຈະກຳກຸ່ມທ້ອນເງິນ ແລະ ຜະລິດຕະພັນນໍ້າສະອາດອີກດ້ວຍ.

.