ຂ່າວສານ

ການຝຶກອົບຮົມການເປັນຄູຝຶກ ປື້ມຄູ່ມືແຫ່ງຊາດ ຄູ່ມືພັດທະນາທັກສະຊິວິດສຳລັບ ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໃຫ້ກັບອາສາສະໝັກໄວໜຸ່ມຂອງອົງການຊາຍຟັນ ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນເດືອນ ສິງຫາ ແລະ ກັນຍາ 2022.

ເຊິ່ງເປົ້າໝາຍໃນການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອໃຫ້ອາສາສະໝັກໄວໜຸ່ມ ຂອງອົງການຊາຍຟັນ ກາຍເປັນຄູຝຶກຫຼັກ ແລະ ສາມາດຮູ້ນຳໃຊ້ປື້ມຄູ່ມືແຫ່ງຊາດເພື່ອຜັນຂະຫຍາຍກິດຈະກຳເພື່ອນສອນເພື່ອນ ໃນພື້ນທີ່ເປົ້າໝາຍຂອງໂຄງການ ທີ່ ນະຄອນຫຼວງວຽງຈັນ, ແຂວງ ຊຽງຂວາງ, ແຂວງ ຫົວພັນ, ແຂວງ ສະຫວັນນະເຂດ, ແຂວງ ໄຊຍະບູລີ ແລະ ແຂວງ ຫຼວງພະບາງ.
ການຝຶກອົບຮົມໃນຄັ້ງນີ້ ເປັນຄັ້ງທຳອິດທີ່ຄູຝຶກໄວໜຸ່ມຂອງອົງການຊາຍຟັນ ໃນໂຄງການ ສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມ ໄລຍະ 1 ເປັນຄູຝຶກຫຼັກ ໃນການສົ່ງຕໍ່ຄວາມຮູ້ ແລະ ທັກສະໃຫ້ແກ່ອາສາສະໝັກໃໝ່, ພາຍໃຕ້ການນຳພາ ແລະ ໃຫ້ການສະໜັບສະໜູນທານດ້ານວິຊາການ ຈາກອົງການຊາຍຟັນ ປະຈໍາ ສປປ ລາວ.

.