ຂ່າວສານ

ກອງປະຊຸມ ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ໄດ້ຖືກຈັດຂື້ນ ຄັ້ງວັນທີ 26 ຕຸລາ 2022 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ.

ກອງປະຊຸມ ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ໄດ້ຖືກຈັດຂື້ນ ຄັ້ງວັນທີ 26 ຕຸລາ 2022 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ.

ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັນຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມກ່ອນໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກຈະໄດ້ຖືກຈັດຕັ້ງປະຕິບັດຢູ່ໃນບັນດາໂຮງຮຽນເປົ້າໝາຍ. ກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມປຶກສາຫາລືໂດຍຕ່າງໜ້າຈາກ ສະຫະພັນແມ່ຍິງ ນະຄອນຫຼວງ, ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ. ພ້ອມກັນນີ້, ມູນນິທິ ພຣູເດັນສ໌ ແລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ໃນນາມຕາງໜ້າຜູ້ໃຫ້ທຶນ ກໍ່ໃຫ້ກຽດເຂົ້າຮ່ວມດ້ວຍເຊັ່ນດຽວກັນ.

ການກຳນົດແຂວງເປົ້າໝາຍສຳລັບໂຄງການນີ້ ແມ່ນຜ່ານຂະບວນການປຶກສາຫາລືກັບ ຊຸມຊົນ, ເມືອງ, ແຂວງ ແລະ ຫ້ອງການກອງເລຂາ ຄະນະກຳມະທິການ ເພື່ອຄວາມກ້າວໜ້າຂອງເເມ່ຍິງ, ແມ່ ເເລະ ເດັກ ໃນທຸກໆຂັ້ນທີ່ກ່ຽວຂ້ອງ. ໂຄງການ ຈະໄດ້ຈັດຕັ້ງປະຕິບັດໃນ 100 ໂຮງຮຽນເປົ້າໝາຍ ລວມມີ: 60 ໂຮງຮຽນໃນນະຄອນຫຼວງວຽງຈັນ, 20 ໂຮງຮຽນໃນແຂວງຊຽງຂວາງ ແລະ 20 ໂຮງຮຽນໃນແຂວງຫົວພັນ, ສປປ ລາວ.

ເຊິ່ງຄາດຄະເນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ປະມານ 24,080ຄົນ. ບັນດາເດັກເຫຼົ່ານີ້ ແມ່ນລວມມີທັງເດັກພິການ, ເດັກຊົນເຜົ່າ ແລະ ບັນດາໄວໜຸ່ມທີ່ມາຈາກຫຼາກຫຼາຍພື້ນຖານ ເຊິ່ງລວມທັງເດັກ ແລະ ໄວໜຸ່ມ ທີ່ມີຄວາມຫຼາກຫຼາຍທາງເພດ ແລະ ຜູ້ດ້ອຍໂອກາດ.