ຂ່າວສານ

ມື້ທີສາມຂອງງານເວທີເດັກລາວ 2023

ໃນມື້ທີສາມຂອງງານເວທີເດັກລາວ 2023 ໄດ້ສຸມໃສ່ການທັດສະນະສຶກສາ. ບັນດາຜູ້ເຂົ້າຮ່ວມທັງໝົດໄດ້ມີໂອກາດເຂົ້າຢ້ຽມຊົມ ຫໍພະບາງ, ຫໍພິພິທະພັນແຫ່ງຊາດຫຼວງພະບາງ ຫຼື ພະລາດຊະວັງ, ແລະ ໂຮງລະຄອນ, ບ່ອນທີ່ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບປະຫວັດສາດ ແລະ ວັດທະນະທໍາທີ່ໜ້າສົນໃຈຂອງແຂວງຫຼວງພະບາງ.
ມື້ອື່ນເປັນມື້ສຸດທ້າຍຂອງເດັກລາວ 2023, ໂດຍເດັກທຸກຄົນຈະມາຮ່ວມໂຕກັນເພື່ອທຳການນຳສະເໜີ ແລະ ສະແດງໃນຫົວຂໍ້ທີ່ເຂົາເຈົ້າໄດ້ເຝິກຊ້ອມໄວ້, ເຊິ່ງການສະແດງຂອງເຂົາເຈົ້າຈະໄດ້ຖ່າຍທອດສົດຜ່ານທາງເຟສບຸກຂອງອົງການຊາຍຟັນ ປະຈຳ ສປປ ລາວ. ພວກເຮົາມາຮ່ວມກັນໃຫ້ກຳລັງໃຈນ້ອງໆນຳກັນ. ແລະ ຢ່າລືມລໍຖ້າຕິດຕາມບັນຍາກາດຂອງງານເວທີເດັກລາວທີ່ໜ້າຈົດຈຳນຳກັນເດີ້.