ເພື່ອໃຫ້ເເດັກສາມາດເຂົ້າເຖິງການຮຽນຮູ້, ເດັກຕ້ອງໄດ້ຮັບສະພາບແວດລ້ອມທີ່ເປັນມິດ ແລະ ເໝາະສົມ ແລະ ເພື່ອໃຫ້ເປັນບ່ອນທີ່ສາມາດຄິດໄດ້, ເດັກຕ້ອງໄດ້ຮັບໂອກາດທີ່ຈະແບ່ງປັນແນວຄວາມຄິດ ແລະ ລວມທັງເດັກຜູ້ທີ່ພິການ ກໍ່ສາມາດເຂົ້າຮ່ວມໃນການວາງແຜນ ແລະ ການຕັດສິນໃຈຂອງແຜນພັດທະນາການສຶກສາຂອງໂຮງຮຽນ ເພື່ອຈະຊ່ວຍໃຫ້ເດັກສາມາດສະແດງຄວາມຄິດເຫັນຂອງເຂົາເຈົ້າກ່ຽວກັບກິດຈະກໍາຂອງການຮຽນຮູ້, ປື້ມແບບຮຽນ, ແລະ ວິທີການສິດສອນຕ່າງໆ. ການສຶກສາ ແມ່ນຄວາມໝາຍໝັ້ນຂອງພວກເຮົາຕໍ່ກັບເດັກທຸກຄົນ. ໂດຍຜ່ານວຽກງານຂອງພວກເຮົາກັບຄູ່ຮ່ວມງານທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທາງສັງຄົມ, ພວກເຮົາ, ອົງການຊາຍຟັນ ປະຈຳ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການການສຶກສາ ທີ່ພະຍາຍາມສ້າງສະພາບແວດລ້ອມທີ່ເປັນມິດກັບເດັກທຸກຄົນໃນການເຂົ້າເຖິງການສຶກສາ ເພື່ອໃຫ້ເຂົາເຈົ້າສາມາດສ້າງອະນາຄົດຂອງເຂົາເຈົ້າເອງ.