ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ, ອົງການ ຊາຍຟັນ ປະຈໍາ ສປປ ລາວ.

ທີ່ ນະຄອນຫຼວງວຽງຈັນ, ວັນທີ 09 ກຸມພາ 2023
ບົດຖະແຫຼງຂ່າວ: ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ, ອົງການ ຊາຍຟັນ ປະຈໍາ ສປປ ລາວ.

ເດັກ ໃນ ສປປ ລາວ ໄດ້ພົບພໍ້ກັບສິ່ງທ້າທ້າຍຫຼາຍຢ່າງ ອັນເປັນຜົນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ ເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ, ພະຍຸ ແລະ ໂລກລະບາດ ທີ່ໄດ້ສ້າງຜົນເສຍຫາຍຫຼາຍທີ່ສຸດໃນປະເທດລາວ. ການປ່ຽນແປງດິນຟ້າອາກາດ ໄດ້ເຮັດໃຫ້ມີຄວາມທ້າທ້າຍເພີ່ມຂຶ້ນເລື້ອຍໆ. ເຖິງແມ່ນວ່າ ເດັກຈະເປັນຜູ້ທີ່ມີຄວາມຮັບຜິດຊອບໜ້ອຍທີ່ສຸດ ແຕ່ເດັກກໍ່ໄດ້ຮັບຜົນກະທົບຫຼາຍ​ຈາກການປ່ຽນແປງດິນຟ້າອາກາດ ຍ້ອນພວກເຂົາຍັງບໍ່ທັນມີຄວາມເຂົ້າໃຈໃນການຮັບມືກັບເຫດການເຫຼົ່ານັ້ນ, ລວມທັງການຕອບໂຕ້ ແລະ ວິທີການຮັບມື ຕໍ່ການປ່ຽນແປງດິນຟ້າອາກາດຍັງມີໜ້ອຍ.

ດັ່ງນັ້ນ, ອົງການຊາຍຟັນ ປະຈຳ ສປປ ລາວ ແລະ ຄະນະກຳມະການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ທີ່ມີຈຸດປະສົງເພື່ອສົ່ງເສີມໃຫ້ເດັກ ແລະ ໄວໜຸ່ມ ມີຄວາມເຂັ້ມແຂງໃນການມີສ່ວນຮ່ວມ, ຈັດຕັ້ງປະຕິບັດ ແລະ ນຳພາໃນການພັດທະນາທັກສະຊີວິດ ແລະ ຮັບມືຕໍ່ການປ່ຽນແປງດິນຟ້າອາກາດໃນໂຮງຮຽນ ແລະ ຊຸມຊົນຂອງເຂົາເຈົ້າ ໂດຍການສ້າງລະບົບການສະໜັບສະໜູນທາງດ້ານການສຶກສາສໍາລັບການພັດທະນາທັກສະຊີວິດ ແລະ ການປ່ຽນແປງດິນຟ້າອາກາດໃນໂຮງຮຽນ; ເສີມສ້າງຄວາມເຂັ້ມເເຂງທາງດ້ານການພັດທະນາທັກສະຊີວິດ, ການປູກຈິດສໍານຶກກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ຮັກສາຄວາມສະອາດໃນໂຮງຮຽນ-ຊຸມຊົນ; ການສົ່ງເສີມໂຄງການລີໄຊໂຄຕົວເມືອງແບບຍືນຍົງໃນໂຮງຮຽນ ແລະ ຊຸມຊົນ. ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ຮັບທຶນສະໜັບສະໜູນຈາກ ອົງ​ການ​ຊາຍ​ຟັນ ​ເກົາຫຼີ ມູນຄ່າ 106.928  ໂດລາສະຫະລັດອາເມລິກາ (ໜຶ່ງ​ແສນ​ຫົກພັນເກົ້າຮ້ອຍຊາວແປດ ໂດລາສະຫະລັດອາເມລິກາ) ເພື່ອຈັດຕັ້ງປະຕິບັດຢູ່ໂຮງຮຽນເປົ້າໝາຍ 30 ແຫ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ນັບຕັ້ງແຕ່ມື້ອະນຸມັດ ເຖິງວັນທີ 31 ກໍລະກົດ 2023.

ພິທີລົງ​ນາມເຊັນ​ບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນລະຫວ່າງ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຕາງໜ້າໂດຍ ຄະນະກຳມະການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ, ທ່ານ ນ. ຫຼຽນຄຳ ວິລະພັນ, ຮອງປະທານ ຜູ້ປະຈຳການ ຄະນະກໍາມະການເພຶ່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ ແລະ ທ່ານ ວິລະ​ໄຊ ທຳ​ມະ​ວົງ, ຮັກສາການຫົວໜ້າ​ອົງການ ຊາຍຟັນ ປະຈຳ ສປປ ລາວ, ພິທີໄດ້ຈັດຂຶ້ນໃນວັນທີ 09 ກຸມພາ 2023, ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍມີສັກຂີພະຍານ ຈາກ ທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ, ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ເມືອງສີໂຄດຕະບອງ ເຂົ້າຮ່ວມຢ່າງພ້ອມພຽງ.

ອົງການຊາຍຟັນ ໄດ້ເລີ່ມເຮັດວຽກຢູ່ ສປປ ລາວ ໃນປີ 2010, ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານ ເພື່ອສ້າງຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. ໂຄງການໄດ້ຈັດຕັ້ງປະຕິບັດ ຢູ່ ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງຜົ້ງສາລີ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງເຊກອງ ແລະ ນະຄອນຫຼວງວຽງຈັນ.

ໂດຍສຸມໃສ່ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບໄວຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມທາງດ້ານອາຊີບ.