ອົງການຊາຍຟັນປະຈຳ ສປປ ລາວ ໄດ້ມອບສິ່ງອຳນວຍຄວາມສະດວກໃນການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19
ຫຼາຍໆປະເທດໃນຂົງເຂດທົ່ວໂລກແມ່ນກຳລັງປະເຊີນໜ້າ ແລະ ຕໍ່ສູ້ຢ່າງໜັກກັບການແຜ່ລະບາດຂອງໂຄວິດ-19 ເພື່ອຕອບສະໜອງຂອງສະພາບການລະບາດ ໂຄວິດ-19 ໂຄງການ ຂອງພວກເຮົາ ອົງການຊາຍຟັນປະຈຳ ສປປ ລາວ ໄດ້ມອບສິ່ງອຳນວຍຄວາມສະດວກໃນການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19 ໃຫ້ແກ່ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ, ຫ້ອງການສາທາລະນະສູກເມືອງ, ຫ້ອງວ່າການເມືອງ, ຫ້ອງການຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ ແຂວງຫົວພັນ.
ເພື່ອແຈກຢາຍໃຫ້ບ້ານເປົ້າໝາຍໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າທີ່ເມືອງ ສົບເບົາ ແຂວງຫົວພັນ ເຊິ່ງອຸປະກອນດັ່ງກ່າວລວມມີ: ຜ້າອັດປາກ – ອັດດັງ, ສະບູລ້າງມື, ໜ້າກາກ, ໂພສເຕີກ່ຽວກັບ, ລໍາໂພງ ແລະ ເຈວລ້າງມື ລວມມູນຄ່າທັງໝົດ 276,011,765 ກີບ ມອບໂດຍໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າທີ່ເມືອງຊຳເໜືອ ແລະ ສົບເບົາ ແຂວງຫົວພັນ, ພາຍໃຕ້ການສະໜັບສະໜູນໂດຍ KOICA ໂດຍຜ່ານ ອົງການຊາຍຟັນເກົາຫລີ.
.