ຂ່າວສານ

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL), ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມຊ່ວຍເຫຼືອເດັກນ້ອຍພິການ (ACDA) ໄດ້ຝຶກອົບຮົມ ການສົ່ງເສີມ ສຸຂະພາບດີໃນໂຮງຮຽນ ແລະ ລົງຕິດຕາມສະໜັບສະໜູນການຈັດຕັ້ງປະຕິບັດການລ້າງມືຖູແຂ້ວເປັນກຸ່ມໃນໂຮງຮຽນ ພ້ອມທັງມອບອຸປະກອນເຊັ່ນ: ໄມ້ຖູແຂ້ວ ຈຳນວນ 2.880 ອັນ, ຢາຖູແຂ້ວ 1.128 ຫລອດ, ສະບູ 2.520 ກ້ອນ, ໝາກຫວີດ 15 ໜ່ວຍ ແລະ ຖົງໃສ່ສະບູ່ສຳລັບລ້າງມື ໃຫ້ໂຮງຮຽນປະຖົມ ໃນ 15 ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ສົບເບົາ, ແຂວງ ຫົວພັນ.
ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຂີດຄວາມສາມາດໃຫ້ແກ່ຄູອາຈານໃຫ້ຮູ້ນຳພານັກຮຽນປະຕິບັດວຽກງານສົ່ງເສີມສຸຂະພາບດີໃນໂຮງຮຽນ ແລະ ໃຫ້ເດັກນ້ອຍມີສຸຂະພາບດີໃນການຫລຸດຜ່ອນການຂາດຮຽນ. ນອກຈາກນີ້, ຍັງເປັນການປ້ອງກັນພະຍາດລະບາດທີ່ເກີດຂຶ້ນ ໂດຍສະເພາະແມ່ນ Covid-19
ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL) ມີຈຸດປະສົງເພື່ອຮັບປະກັນວ່າ ໂຮງຮຽນມີຄວາມຮູ້, ມີບຸກຄະລາກອນ ແລະ ໂຄງສ້າງທີ່ເຂົາເຈົ້າຕ້ອງການ ເພື່ອໃຫ້ເດັກຍິງ, ເດັກຊາຍ ລວມທັງເດັກນ້ອຍພິການ ໄດ້ເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບ. ໂຄງການນີ້ຍັງໄດ້ສ້າງສະພາບແວດລ້ອມດິຈິຕ້ອນໃຫ້ເດັກນ້ອຍພິການ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາໄດ້ຫຼາຍຮູບແບບ ແລະ ມີຄວາມປອດໄພໃນການໃຊ້ສື່ທາງອອນໄລນ໌.