ຂ່າວສານ

ໂຄງການ Library For All ຈຶ່ງໄດ້ສ້າງແອັບພິເຄຊັ້ນທີ່ຮວບຮວມປຶ້ມຫຼາຍກວ່າ 200 ເລື່ອງ ໃຫ້ທຸກຄົນສາມາດດາວໂຫຼດຟຣີໄດ້ແລ້ວໃນ Google Play Store

“ຫຼານມັກອ່ານນິທານໂຕມົດ ເພາະມັນມັກໄປຫາກິນ ຫຼານມັກອ່ານຮ່ວມກັບຫມູ່ຫຼາຍໆຄົນເພາະມັນມ່ວນຫລາຍ ແລະ ຫຼານມີຄວາມສຸກຫລາຍເມື່ອໄດ້ອ່ານຫນັງສືໃນແທັບເລັດ” , ນ້ອງນັກຮຽນປະຖົມ – ໂຄງການ Library For All (LFA) ຫໍສະໝຸດສຳລັບທຸກຄົນ
ເພື່ອເປັນການສົ່ງເສີມໃຫ້ເດັກນ້ອຍທຸກຄົນມີນິໄສຮັກໃນການອ່ານ, ໂຄງການ Library For All ຈຶ່ງໄດ້ສ້າງແອັບພິເຄຊັ້ນທີ່ຮວບຮວມປຶ້ມຫຼາຍກວ່າ 200 ເລື່ອງ ໃຫ້ທຸກຄົນສາມາດດາວໂຫຼດຟຣີໄດ້ແລ້ວໃນ Google Play Store, ໂດຍກົດຊອກຫາແອັບ “ອົງການ LFA ລາວ” ຫຼືກົດທີ່ລິ້ງນີ້: https://bit.ly/3qeMb3H