ຂ່າວສານ

ໂຄງການ ສະເກວລິ້ງ (SCALING) ໄດ້ຈັດກິດຈະ ກຳຕິດຕາມກວດກາສະມາຄົມເງິນຝາກປະຢັດ ແລະ ກູ້ຢືມໃນຂັ້ນບ້ານ (VSLA) ພາຍໃນ 4 ບ້ານເປົ້າ ໝາຍຂອງເມືອງຊຳເໜືອ ແຂວງຫົວພັນ.

ໂຄງການ ສະເກວລິ້ງ (SCALING) ທີ່ໄດ້ຮັບການສະໜັບສະໜູນ ຈາກ #ສະຫະພາບເອີຣົບ ໄດ້ຈັດກິດຈະ ກຳຕິດຕາມກວດກາສະມາຄົມເງິນຝາກປະຢັດ ແລະ ກູ້ຢືມໃນຂັ້ນບ້ານ (VSLA) ພາຍໃນ 4 ບ້ານເປົ້າ ໝາຍຂອງເມືອງຊຳເໜືອ ແຂວງຫົວພັນ.

ກິດຈະກຳຂອງໂຄງການນີ້ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງທາງດ້ານການເງິນ ໂດຍຜ່ານໂຄງການເງິນຝາກປະຢັດ ແລະ ເງິນກູ້. ໃນຕອນທ້າຍຂອງງານ, ພະນັກງານ ອົງການຊາຍຟັນ ຍັງໄດ້ໃຫ້ຂໍ້ມູນກ່ຽວກັບການປ້ອງກັນພະຍາດ COVID-19 ໃຫ້ແກ່ຊຸມຊົນອີກດ້ວຍ.

.