ໂຄງການ ການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ໄດ້ຈັດຕັ້ງປະຕິບັດກິດຈະກໍາແນະນໍາໂຄງການໃຫ້ແກ່ 2 ບ້ານເປົ້າໝາຍຢູ່ 2 ເມືອງ
ໂຄງການ ການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຢູ່ ເມືອງ ຫົວເມືອງ ແລະ ເມືອງ ຊໍາເໜືອ, ແຂວງ ຫົວພັນ, ສປປ ລາວ ທີ່ອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມມືກັບ ສະມາຄົມພັດທະນາທັກສະຊີວິດ, ສະມາຄົມຊ່ວຍເຫຼືອເດັກພິການ, ແລະ ຫ້ອງການສຶກສາທິການ ແລະ ກິລາ ໃນຂັ້ນເມືອງ ແລະ ຂັ້ນແຂວງ ໄດ້ຈັດຕັ້ງປະຕິບັດກິດຈະກໍາແນະນໍາໂຄງການໃຫ້ແກ່ 2 ບ້ານເປົ້າໝາຍຢູ່ 2 ເມືອງ ໃນລະຫວ່າງ ວັນທີ 1-2 ເມສາ ທີ່ຜ່ານມາ ໂດຍໄດ້ຮັບທຶນສະໜັບສະໜູບຈາກ #ສະຫະພາບເອີຣົບປະຈຳລາວ.
ຈຸດປະສົງຂອງກິດຈະກໍາໃນຄັ້ງນີ້ແມ່ນເພື່ອໃຫ້ທັງພາກລັດຖະບານ ແລະ ສັງຄົມໃຫ້ມີສ່ວນຮ່ວມການເຮັດວຽກເພື່ອແກ້ໄຂບັນຫາການສຶກສາ ແລະ ນຳສະເໜີກ່ຽວກັບກິດຈະກໍາຂອງໂຄງການການສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາໃຫ້ຊຸມຊົນໄດ້ຮັບຮູ້ ພ້ອມກັບວຽກທີ່ກ່ຽວຂ້ອງກັບສິດທິການສຶກສາ ແລະ ສິດທິເດັກ ລວມທັງວິທີການທີ່ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ກຸ່ມອົງການຈັດຕັ້ງທາງສັງຄົມພາຍໃນບ້ານ ຈະເຊື່ອມໂຍງກິດຈະກໍາ ແລະ ຈຸດປະສົງໂຄງການ ໃຫ້ສອດຄ່ອງກັນ ເພື່ອສົ່ງເສີມວຽກງານການພັດທະນາການສຶກສາພາຍໃນສຳລັບເດັກທຸກຄົນໃນແຕ່ລະຊຸມຊົນ.
ທີມງານໂຄງການຈະສືບຕໍ່ ຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ ໃຫ້ຄົບທັງ 60 ບ້ານເປົ້າ ໝາຍຂອງໂຄງການ ໃນແຂວງຫົວພັນ.
.