ໂຄງການຮ່ວມມືປັບປຸງໂພຊະນາການ (SCALING) ອົງການຊາຍຟັນປະຈຳ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຈາກ ສະຫະພາບເອີຣົບ ໄດ້ມອບສິ່ງອຳນວຍຄວາມສະດວກໃນການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19
ເມື່ອບໍ່ດົນທີ່ຜ່ານມາ, ໂຄງການຮ່ວມມືປັບປຸງໂພຊະນາການ (SCALING) ອົງການຊາຍຟັນປະຈຳ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຈາກ #ສະຫະພາບເອີຣົບ ໄດ້ມອບສິ່ງອຳນວຍຄວາມສະດວກໃນການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19 ໃຫ້ແກ່ 11 ໂຮງໝໍນ້ອຍໃນເມືອງຊໍາເໜືອ, ຫ້ອງການສາທາລະນະສຸກເມືອງຊໍາເໜືອ, ໂຮງໝໍແຂວງຫົວພັນ ແລະ ພະແນກສາທາລະນະສຸກແຂວງຫົວພັນ ລວມມີ: ເຄື່ອງຜົ່ນຢາຂ້າເຊື້ອ, ຊຸດຜ້າກາວບາງ, ຊຸດປ້ອງກັນ PPE, ຖົງມື, ນຳ້ຢາລ້າງມື, ໜ້າກາກ, ເຫຼົ້າ 90, ຜ້າອັດປາກ-ອັດດັງ, ຝຸ່ນຄໍລິນ ແລະ ເຄື່ອງແທກອຸນຫະພູມ ລວມມູນຄ່າທັງໝົດ 18.150.000 ກີບ.
ໃນພິທີມອບເຄື່ອງດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຄໍາພອນ ສົມບູນ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຊໍາເໜືອ ແຂວງຫົວພັນ.
.