ໂຄງການສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ, ອົງການຊາຍຟັນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຄືນກ່ຽວກັບ ສິດ, ໜ້າທີ່
ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜູນ ຈາກ #ສະຫະພາບເອີຣົບ ຊຶ່ງໄດ້ເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ຫ້ອງການສຶກສາ ແລະ ກິລາເມືອງ ຫົວເມືອງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຊໍາເໜືອ, ສະມາຄົມຊ່ວຍເຫຼືອເດັກພິການ (ACDA), ແລະ ສະມາຄົມພັດທະນາທັກສະຊີວິດ (LSDA) ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມຄະນະພັດທະນາການສຶກສາຂັ້ນບ້ານ, ກຸ່ມອົງການຈັດຕັ້ງທາງສັງຄົມໃນຂັ້ນບ້ານຢູ່ບ້ານເປົ້າໝາຍໃນເມືອງ ຫົວເມືອງ, ເມືອງ ຊໍາເໜືອ, ແຂວງ ຫົວພັນ.
ໜຶ່ງໃນຜົນໄດ້ຮັບຫຼັກຂອງໂຄງການ ແມ່ນການສ້າງຄວາມເຂັ້ມແຂງໃຫ້ກັບກຸ່ມອົງການຈັດຕັ້ງທາງສັງຄົມໃນຂັ້ນບ້ານ, ກຸ່ມຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອສົ່ງເສີມວຽກງານການສຶກສາພາຍໃນບ້ານໃຫ້ນັບມື້ດີຂື້ນ. ເມື່ອບໍ່ດົນມານີ້, ໂຄງການສົ່ງເສີມຄວາມເປັນເຈົ້າການກ່ຽວກັບສິດທິດ້ານການສຶກສາ, ອົງການຊາຍຟັນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຄືນກ່ຽວກັບ ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງຂອງຄະນະພັດທະການສຶກສາຂັ້ນບ້ານ ລວມທັງຝຶກອົບຮົມວິທີການວາງແຜນພັດທະນາວຽກງານການສຶກສາພາຍໃນບ້ານ ໃຫ້ແກ່ກຸ່ມ ຄະນະພັດທະນາການສຶກສາຂັ້ນບ້ານ ທີ່ມາຈາກ 5 ບ້ານ: ບ້ານ ຫ້ວຍໃໝ່, ບ້ານ ນົກແອນ, ບ້ານ ສຸມຫວານ, ບ້ານ ຫ້ວຍຂຸ່ນ, ບ້ານ ມົນ ຢູ່ໃນເມືອງຫົວເມືອງ, ແຂວງຫົວພັນ.
.