ຂ່າວສານ

ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL)

ເພື່ອຮັບປະກັນວ່າ ໂຮງຮຽນມີຄວາມຮູ້, ມີບຸກຄະລາກອນ ແລະ ໂຄງສ້າງທີ່ເຂົາເຈົ້າຕ້ອງການ ເພື່ອໃຫ້ເດັກຍິງ, ເດັກຊາຍ ລວມທັງເດັກພິການ ໄດ້ເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບຢ່າງເທົ່າທຽມ ແລະ ເພື່ອສ້າງສະພາບແວດລ້ອມດິຈິຕ້ອນໃຫ້ເດັກພິການ ໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາໄດ້ຫຼາຍຮູບແບບ ແລະ ມີຄວາມປອດໄພໃນການໃຊ້ສື່ອອນໄລນ໌.

ດັ່ງນັ້ນ, ໂຄງການສົ່ງເສີມການສຶກສາຮຽນຮ່ວມ (BOIL), ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ແລະ ຫ້ອງການສຶກສາເມືອງສົບເບົາ ໄດ້ລົງຕິດຕາມ ແລະ ສະໜັບສະໜູນການວາງແຜນການສິດສອນໃຫ້ຄູອາຈານ ເພື່ອຊ່ວຍເຫຼືອໃຫ້ຄຳແນະນຳນ້ອງນັກຮຽນຜູ້ທີມີບັນຫາໃນການຮຽນ ແລະ ຜູ້ທີ່ມີຄວາມພິການພາຍໃນໂຮງຮຽນປະຖົມ 15 ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ສົບເບົາ ແຂວງ ຫົວພັນ. ໂດຍໂຄງການໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP)

.