ໂຄງການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ

ອົງການຊາຍຟັນ ປະຈໍາ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ໂຄງການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ເລີ່ມແຕ່ຕົ້ນເດືອນກໍລະກົດ ປີ 2019 ເຖິງ ເດືອນມິຖຸນາ ປີ 2021 ໂດຍຮ່ວມມືກັບ ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແຕ່ຂັ້ນສູນກາງ ຈົນຮອດຂັ້ນທ້ອງຖິ່ນ ໂຄງການນີ້ ມີຈຸດປະສົງເພື່ອໃຫ້ເດັກ ແລະ ໄວໜຸ່ມ ໃນເຂດຕົວເມືອງ ແລະ ຊົນນະບົດມີຄວາມເຂັ້ມແຂງ ໂດຍການສ້າງຄວາມສາມາດໃນການວາງແຜນ, ການສະແດງຄວາມຄິດເຫັນ, ການຕັດສິນໃຈ ແລະ ເຂົ້າຮ່ວມປະຕິບັດກິດຈະກຳຕ່າງໆ ເພື່ອການພັດທະນາ ແລະ ສ້າງຄວາມພ້ອມໃຫ້ເດັກ ແລະ ໄວໜຸ່ມ ກຽມພ້ອມເພື່ອເປັນຜູ້ນໍາໃນອະນາຄົດ.

#ChildFund_in_Laos #Ready_for_Life_project #ANCP @Australian Government Department of Foreign Affairs and Trade