ເພື່ອຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍທີ່ສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ
ເພື່ອຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍທີ່ສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ. ດັ່ງນັ້ນ, ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມະການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ (CAWMC) ໄດ້ຈັດພິທີມອບຮັບຖັງຂີ້ເຫຍື້ອ ໃຫ້ແກ່ໂຮງຮຽນເປົ້າໝາຍ 30 ແຫ່ງ ໃນເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພ້ອມທັງໄດ້ແບ່ງປັນຂໍ້ມູນຄວາມຮູ້ກ່ຽວກັບການບໍລິຫານຈັດການຂີ້ເຫຍື້ອ ເພື່ອໃຫ້ນ້ອງໆນັກຮຽນຮູ້ຈັກການແຍກຂີ້ເຫຍື້ອໃຫ້ຖືກວິທີ ນຳໂດຍໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ຮັບທຶນສະໜັບສະໜູນຈາກ ອົງການຊາຍຟັນ ເກົາຫຼີ ແລະ ສະຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ
초록우산 어린이재단 I @ChildFund Australia I #CYECA I Global Green Growth Institute Lao PDR
.