ຂ່າວສານ

ເວທີເດັກລາວ 2023 ໃນມື້ທີສອງ

ເວທີເດັກລາວ 2023 ໃນມື້ທີສອງ ຕົວແທນເດັກທັງໝົດໄດ້ຖືກແບ່ງອອກເປັນ 8 ກຸ່ມເພື່ອເຂົ້າຮ່ວມຝຶກຊ້ອມກິດຈະກໍາຕ່າງໆທີ່ເຂົາເຈົ້າສົນໃຈເຊັ່ນ: ກຸ່ມພິທີກອນ, ກຸ່ມແຕ້ມຮູບ, ກຸ່ມສະແດງລະຄອນ, ກຸ່ມຖ່າຍພາບ ແລະ ວີດີໂອ, ກຸ່ມນໍາສະເໜີໂຄງການຂະໜາດນ້ອຍຂອງເດັກ, ກຸ່ມສະແດງສິລະປະ (ຟ້ອນ), ກຸ່ມສະແດງສິລະປະ (ຮ້ອງເພງ) ແລະ ກຸ່ມນຳສະເໜີຊຸດວັດທະນາທໍາແຕ່ລະແຂວງ.
ເວທີເດັກລາວ ເປັນງານທີ່ໃຫ້ເດັກມີໂອກາດສະແດງຄວາມສາມາດ ແລະ ຄວາມຄິດສ້າງສັນຂອງເຂົາເຈົ້າ. ນ້ອງໆທຸກຄົນ ລ້ວນແລ້ວແຕ່ມີພອນສະຫວັນ ແລະ ມີຄວາມກະຕືລືລົ້ນໃນການສ້າງຄວາມແຕກຕ່າງໃນຊຸມຊົນຂອງເຂົາເຈົ້າເອງ.
? ໂດຍລວມແລ້ວ, ກິດຈະກຳມື້ທີສອງ ເປັນມື້ທີ່ມ່ວນຊື່ນ ແລະ ຄຸ້ມຄ່າໃຫ້ກັບທຸກໆຄົນທີ່ເຂົ້າຮ່ວມ. ຖ້າຫາກທ່ານຢາກເຫັນແນວຄວາມຄິດສ້າງສັນຂອງເດັກ ແລະ ໄວໜຸ່ມເຫຼົ່ານີ້ຕື່ມອີກ ຢ່າລືມຕິດຕາມການອັບເດດງານເວທີເດັກລາວ 2023 ໄດ້ທີ່ເຟສ໌ບຸກຂອງອົງການຊາຍຟັນ ປະຈຳ ສປປ ລາວເດີ້.