ຂ່າວສານ

ອົງການຊາຍຟັນປະຈຳ ສປປ ລາວ ໄດ້ມອບສິ່ງອຳນວຍຄວາມສະດວກໃນການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19
ໃນວັນທີ 12 ພຶດສະພາ ນີ້, ກິດຈະກຳຕອບໂຕ້ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ອົງການຊາຍຟັນປະຈຳ ສປປ ລາວ ໄດ້ມອບສິ່ງອຳນວຍຄວາມສະດວກໃນການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19, ເຊິ່ງອຸປະກອນດັ່ງກ່າວລວມມີ: ສະບູ ຈໍານວນ 80 ແກັດ, ຜ້າອັດປາກ ຈໍານວນ 36 ແກັດ (1.800ກັບ), ເຈວລ້າງມື ຈໍານວນ 30 ປ່ອງ, ໂດຍລວມມູນຄ່າທັງໝົດ 56.350.000 ກີບ.
ໃນພິທີມອບເຄື່ອງດັ່ງກ່າວ ຕ່າງໜ້າຮັບ ແລະ ເຂົ້າຮ່ວມໂດຍ ທ່ານ ນາງ ຄໍາພອນ ສົມບູນ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຊໍາເໜືອ ຂື້ນທີ ຫ້ອງການສຶກສາ ແລະ ກິລາ ເມືອງຊໍາເໜືອ, ແຂວງຫົວພັນ ເພື່ອນຳໄປມອບຕໍ່ໃຫ້ແກ່ຊຸມຊົນ 15 ບ້ານເປົ້າໝາຍຂອງກິດຈະກໍາຕອບໂຕ້ການແຜ່ລະບາດ ພະຍາດ ໂຄວິດ-19 ຂອງ ແຂວງຫົວພັນ ສ ປປ ລາວ.

.