ອົງການຊາຍຟັນປະຈຳ ສປປ ລາວ ໄດ້ຈັດ ພິທີປິດ ແລະ ມອບຮັບ ກິດຈະກໍາການປ້ອງກັນພະຍາດອັກເສບປອດ ໂຄວິດ-19
ໃນວັນທີ 21 ຕຸລາ 2021, ອົງການຊາຍຟັນປະຈຳ ສປປ ລາວ ໄດ້ຈັດ ພິທີປິດ ແລະ ມອບຮັບ ກິດຈະກໍາການປ້ອງກັນພະຍາດອັກເສບປອດ ໂຄວິດ-19 ໄດ້ຮັບການສະໜັບສະໜູນທຶນໂດຍຄູ່ຮ່ວມງານມະນຸດສະທໍາ ອົດສຕາລີ (AHP), ພາຍໃຕ້ໂຄງການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ຮ່ວມກັບ ຫ້ອງການສຶກສາ ແລະ ກິລາແຂວງ. ພິທີດັ່ງກ່າວ ໄດ້ຈັດຂື້ນທີ່ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ຊຳເໜືອ, ແຂວງ ຫົວພັນ.
ໃນຈຸດປະສົງຫຼັກຂອງກິດຈະກຳນີ້ ແມ່ນການສ້າງສິ່ງອຳນວຍຄວາມສະດວກໃນການລ້າງມື (ອ່າງລ້າງມື) ແລະ ແຜນປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອພະຍາດໂຄວິດ-19. ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດຈາກກິດຈະກຳນີ້ຄື ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຄູ 135 ຄົນ ແລະ ນັກຮຽນ 1,748 ຄົນ ຈາກ 15 ໂຮງຮຽນໃນເຂດເປົ້າໝາຍຂອງກິດຈະກຳ.
ກິດຈະກໍາການປ້ອງກັນພະຍາດອັກເສບປອດ ໂຄວິດ-19 ໄດ້ຈັດຕັ້ງປະຕິບັດມາເປັນໄລຍະເວລາ 15 ເດືອນ ( ເດືອນ ກໍລະກິດ 2020 ຫາ ກັນຍາ 2021).
CARE International in Lao PDR Plan International Laos Save the Children in Laos
.