ອົງການຊາຍຟັນປະຈຳ ສປປ ລາວ ຍິນດີຕ້ອນຮັບຜູ້ໃຫ້ທຶນຈາກອົງການຊາຍຟັນເກົາຫຼີທີ່ໄດ້ລົງຕິດຕາມ ແລະ ຢ້ຽມຢາມຫຼາກຫລາຍກິດຈະກຳພາຍໃນໂຄງການ
ອົງການຊາຍຟັນປະຈຳ ສປປ ລາວ ຍິນດີຕ້ອນຮັບຜູ້ໃຫ້ທຶນຈາກອົງການຊາຍຟັນເກົາຫຼີທີ່ໄດ້ລົງຕິດຕາມ ແລະ ຢ້ຽມຢາມຫຼາກຫລາຍກິດຈະກຳພາຍໃນໂຄງການໂດຍສະເພາະແມ່ນການຝຶກອົບຮົມເພດສືກສາ, ການຮຽນຮູ້ໃນຫ້ອງຮຽນພາສາລາວ, ສຳລວດການກໍ່ສ້າງອາຄານສະຖານທີ່ຫໍສະໝຸດ ແລະ ມອບອຸປະກອນການຮຽນໃຫ້ເດັກນ້ອຍໃນໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ ທີ່ ເມືອງ ສົບເບົາ ແລະ ເມືອງ ຊຳເໜືອ, ແຂວງຫົວພັນ.
ເຊິ່ງໃນການລົງຢ້ຽມຢາມໂຄງການໃນຄັ້ງນີ້ທ່ານນາງມິນຢອງ Country Program Manager, Global Programmes, ChildFund Korea ແລະ Mr. JungJin Park, Project Compliance Advisor, ChildFund Korea ໄດ້ມີສ່ວນຮ່ວມກັບສະມາຊິກຊຸມຊົນ, ຄູສອນ, ອໍານາດການປົກຄອງບ້ານ, ແລະ ຜູ້ຕາງຫນ້າຂອງລັດຖະບານເພື່ອປຶກສາຫາລືແລກປ່ຽນປະສົບການ, ຮ່ວມກັນວາງແຜນການໃນຕໍ່ໜ້າ, ແລະ ສໍາຄັນທີ່ສຸດ, ຮຽນຮູ້ເພີ່ມເຕີມກ່ຽວກັບສະຖານະການ ແລະ ວັດທະນະທໍາຂອງຊຸມຊົນ.
ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ ແມ່ນໄດ້ຮັບທຶນຈາກອົງການຮ່ວມມືສາກົນ (KOICA) ໂດຍຜ່ານ ອົງການຊາຍຟັນເກົາຫຼີ ໄດ້ຈັດຕັ້ງປະຕິບັດໃນ 15 ບ້ານເປົ້າໝາຍ ທີ່ ເມືອງ ຊຳເໜືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ນັກຮຽນທຸກຄົນ ແລະ 15 ບ້ານເປົ້າໝາຍໃນເມືອງສົບເບົາ ເພື່ອການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບ.